ໃນສອງສາມປີທີຜ່ານມາ
ປະເທດ ເວເນຊູເອລາ ກໍ່ເປັນອີກປະເທດຫນື່ງ ທີ່ປິດກັ້ນບໍ່ໃຫ້ ປະຊາຊົນ ທຳການຊື້ຂາຍ, ແລກປ່ຽນ ແລະ
ບໍ່ໃຫ້ເຂື່ອນໄຫວຫຍັງທັງຫມົດກ່ຽວກັບ ບິດຄອຍ ຫລື ຄຮິບໂຕອື່ນໆ, ສະແດງວ່າ ບິດຄອຍ ແລະ ຄຮິບໂຕ ຢູ່ໃນປະເທດນີ້ເປັນສີ່ງທີ່ຜິດກົດຫມາຍໃນຕອນນັ້ນ, ແຕ່ເຮັດຈັງໃດໄດ້
ແນວເງີນເຈ້ຍມັນເລີມໄຣ້ຄ່າ ພ້ອມກັບເສດຖະກີດຕົກຕ່ຳ, ໃນທີ່ສຸດລັດທະບານຂອງປະເທດ ເວເນຊູເອລາ
ໄດ້ປະກາດໃຊ້ຄຮິບໂຕເປັນທາງເລືອກໃນການສຳລະສະສາງໄດ້ຖືກຕ້ອງຕາມກົດຫມາຍຂອງປະເທດຊະຢ່າງນັ້ນ.
ນັບແຕ່ປີ
2017 ມາເຖີ່ງປະຈຸບັນນີ້ ລັດທະບານຂອງປະເທດເນເວຊູເອລາ
ໄດ້ປະກາດໃຊ້ຄຮີບໂຕພາຍໃນປະເທດຢ່າງຖືກກົດຫມາຍ ແລະ ໄດ້ຊຸກຍູ້ໃຫ້ປະຊາຊົນໃຊ້ຈ່າຍ, ສຳລະຄ່າສີນຄ້າຕ່າງໆ
ດ້ວຍສະກຸນເງີນ ບິດຄອຍ ແລະ ສະກຸນເງີນດີຈີຕອລໂຕອື່ນໆ ໃນປະເທດໄດ້ແບບອິດສະຫລະ
ແຖມຍັງມີໂບນັດໃຫ້ຜູ້ທີ່ໃຊ້ຄຮີບໂຕອີກ, ໂດຍການອອກໂປໂມຊັ່ນລົດຄ່າພາສີໃຫ້ປະຊາຊົນທີ່ໃນການໃຊ້ຈາ່ຍ,
ລົດຄ່າໄຟຟ້າໃນການຂຸດຄຮີບໂຕໃຫ້ຜູ້ທີ່ຕ້ອງການຂຸດ, ຊຸກຍູ້ໃຫ້ປະຊາຊົນໃຊ້ຄຮີບໂຕເປັນທາງເລືອກການສຳລະພາຍໃນປະເທດຢ່າງອິດສະຫລະ...
ມາເຖີ່ງປະຈຸບັນນີ້
ປະເທດເວເນຊູເອລາ ຍັງໄດ້ສ້າງສະກຸນເງີນ ດີຈີຕອລ ຄຮີບໂຕ
ເປັນຂອງໂຕເອງຂື້ນ ເປັນສະກຸນເງີນຂອງປະເທດທີ່ສ້າງຂື້ນມາໂດຍມີບໍ່ນ້ຳມັນຄ້ຳປະກັນຢູ່
ຕອນນີ້ລັດທະບານໄດ້ເລັ່ງລະດົມຊຸກຍູ້ໃຫ້ປະຊາຊົນຫັນມາໃຊ້ຈ່າຍດ້ວຍສະກຸນເງີນ
ດິຈີຕອລ ກັນ ທັງສະກຸນເງີນດີຈີຕອລ ຂອງປະເທດໃນນາມ Petro ແລະ ສະກຸນເງີນດີຈິຕອລໂຕອື່ນໆອີກ ເຊັ່ນ Bitcoin, Eth, Eos...
ນອກຈາກປະເທດ ເວເນຊູເອລ່າຈະນຳໃຊ້ສະກຸນເງີນຄຮິບໂຕ Petro ໃນການໃຊ້ຈ່າຍພາຍໃນປະເທດໄດ້ແລ້ວ ເວເນຊູເອລາ ຍັງໃຊ້ເງີນຄຮິບໂຕຂອງປະເທດໃນການເຮັດການຄ້າກັບ ລັດເຊຍ ແລະ ປະເທດອື່ນໆອີກດ້ວຍ
ความคิดเห็น