ข้ามไปที่เนื้อหาหลัก

ຊື້&ຂາຍ

ສະບາຍດີ!!!
(ຄົນຈົນຫຼີ້ນຫວຍຄົນລວຍຫຼີ້ນຫຸ່ນDescription: https://static.xx.fbcdn.net/images/emoji.php/v9/fc6/1/16/1f6a9.png🚩Description: https://static.xx.fbcdn.net/images/emoji.php/v9/faa/1/16/1f4ca.png📊Description: https://static.xx.fbcdn.net/images/emoji.php/v9/fdf/1/16/1f4b5.png💵)

ຄຳວ່າ "Bitcoin" ແມ່ນຫຍັງ?
Bitcoin ຄືເງິນດິຈິຕ໋ອນອິເລັກໂຕຣນິກສາກົນ (ສກຸນເງິນອອນໄລຣ໌ອິນເຕີເນັດ ໃຊ້ງານໄດ້ທົ່ວໂລກ) ຖືເປັນສັບສິນທີ່ມີມູນຄ່າແພງທີ່ສຸດແພງກ່ວາທອງຄຳແລະຄ່າຂອງເງິນທົ່ວໂລກ Bitcoin ໄດ້ກຳເນີດຂື້ນຕັ້ງແຕ່ປີ 2009 ເນື່ອງຈາກບັນຫາທາງດ້ານເສດຖະກິດການເງິນໂລກໃນຊ່ວງນັ້ນຫລືຈະເອີ້ນວ່າມັນເປັນຍຸກວິວັດທະນາການທາງດ້ານການເງິນເຫມືອນກັບມະນຸດຕັ້ງແຕ່ອະດີດເຖິງປັດຈຸບັນ Bitcoin ຄືການພັດທະນາຄັ້ງໃຫຍ່ເປັນການສຳລະເງິນດ້ວຍລະບົບ QR ງ່າຍດາຍ ວ່ອງໄວ ແລະຄວາມປອດໄພສູງ ບໍ່ສາມາດແຮັກເກີ້ໄດ້
ເພື່ອຫລຸດຄວາມສ່ຽງຈາກເງິນເຟີ້ ສກຸນເງິນ Bitcoin ຈິ່ງໄດ້ຖືກອອກແບບໃຫ້ສາມາດມີການຜະລິດອອກມາມີຂີດຈຳກັດໄດ້ພຽງຢູ່ທີ່ 21,000,000BTC ທົ່ວໂລກ ຈາກລາຄາເລີ່ມຕົ້ນປີ2009 1Bitcoin=0,1$ ແລະ ຄາດວ່າມູນຄ່າຈະເພີ່ມຂື້ນເລື່ອຍຯເຖິງ250,000$/1BTC ໃນອີກ5-10ປີຂ້າງຫນ້າ ເຊິ່ງລາຄາປັດຈຸບັນແມ່ນຢູ່ທີ່ 1Bitcoin=11,142(ອ້າງອີງຈາກ Coinmarketcap.com)

ສ່ວນການຊື້ຂາຍແມ່ນຈະມີ 2 ແບບຄື:
ຊື້ຂາຍເອງຕາມເວັບໃຊ້ ແລະ ຊື້ຂາຍ ກັບທີມງານຂອງພວກເຮົາໄດ້
  1. ການຊື້ຂາຍເອງຕາມເວັບໃຊ້:
ານຊື້ຂາຍດ້ວຍໂຕເອງ ແມ່ນການເຂົ້າໄປສະມັກ/ລົງທະບຽນຕາມເວັບເທຮດເພື່ອທຳການຊື້ຂາຍຫລືເທຮດ
ທ່ານສາມາດລົງທະບຽນເອງໄດ້ ໂດຍການເຂົ້າໄປເວັບໃຊ້ ແລ້ວ ຈະມີສອງຢ່າງໃຫ້ເລືອກຢູ່ທາງຂວາມື້ ຄື Register & Login. ສຳລັບຜູທີ່ລົງທະບຽນກອ່ນແລ້ວບໍ່ຈຳເປັນຕ້ອງລົງອີກ ໃຫ້ໄປຫ້ອງ Login ໄດ້ເລີຍ ແຕ່ສຳລັບມືໃຫມ່ ຫລື ບໍ່ເຄີຍລົງທະບຽນມາກອ່ນກໍ່ສາມາດ ໄປຄຮິກໃນຫ້ອງ Register ແລ້ວຈະມີຊ່ອງໃຫ້ຕື່ມຂໍ້ມູນໃສ່.
ແຕ່ລະເວັບຈະລົງທະບຽນແຕກຕ່າງການໄປ ແຕ່ຂໍ້ມູນພື້ນຖານຄາວໆ ທີ່ແຕ່ລະເວັບໃຫ້ມາກໍ່ມັນຈະມີ:
  1. Username:.......................................
  2. Email:...............................................
  3. Password:........................................
  4. Confirm password:...........................
ຫລັງຈາກກອບຂໍ້ມູນໃສ່ຮີບຮ້ອຍແລ້ວ ໄປທີ່ Enter ຫລັງຈາກນັ້ນທາງທີມງານ ເວັບເທຮດຈະສົ່ງຂໍ້ຄວາມມາທາງ ອີເມວໃຫ້ທ່ານ ເຂົ້າໄປຢືນຢ້ນໂຕຕົນ ຫລັງຈາກຢືນຍັນຕົວຕົນແລ້ວກໍ່ຖືກວ່າສົມບູນ ທ່ານສາມາດເຂົ້າໄປ Login ໃສ່ ອີເມວ ແລະລະຫັດຜ່ານ ເຂົ້າໄປຊື້ຂາຍໄດ້ເລີຍ.

ບາງເວັບກໍ່ຢາກ ກອ່ນຈະ ຊື້ຂາຍໄດ້ ຕ້ອງຜ່ານຫລາຍຂັ້ນຕອນ ມີການອັບເດດ ຫນັງສືເດີນທາງ ບັດປະຈຳໂຕ ແລະໃສ່ 2Fa. 2Fa ແມ່ນລະຫັດຜ່ານເພື່ອໃຫ້ບັນຊີຂອງທ່ານປັອງກັນການຖຶກ "ແຫັກ" ມັນມີຄວາມປອດໄພສູງເຖີງ 98% ແຕ່ມັກໍ່ມີຜົນເສຍຖ້າເຈົ້າເຮັດ ໂທລະສັບເສຍ ກໍ່ບໍ່ຮູ້ລະຫັດ 2Fa ນັ້ນ ເຈົ້າກໍ່ບໍ່ສາມາດເຂົ້າເຖີງບັນຊີຂອງເຈົ້າ ແລະ ບໍ່ສາມາດໂອນເງີນຂອງເຈົ້າອອກມາໄດ້. ລະຫັດ 2Fa ມັນຈະປ່ຽນຕະຫລອດ 1ນາທີ່ ການຕິດຕັ້ງແລະດາວໂຫລດ 2ເອັບໄດ້ທີ່ ເວັບໄຊ້ ຫລື ແອັບສະຕໍຂອງໂທລະສັບ.
ຖ້າທ່ານຢາກຊື້ຂາຍເອງຂໍແນະນຳເວັບຊື້ຂາຍ ເບີ 1 ຂອງໂລກ ໃຊ້ງ່າຍ ເທຮດງ່າຍ ແລະ ລົງທະບຽນງ່າຍ
ພິເສດ ລົງທະບຽນມື້ນີ້ ກັບລີ້ງດ້ານລຸ້ມ ຮັບສ່ວນລຸດໃນການຊື້ຂາຍເຖີ່ງ 20% 


ເບີ່ງຄາວໆ ວີທີຊື້ຂາຍ ໃນເວັບ ໄທ ຕາມວີດີໂອດ້ານລຸ້ມ
ສະນັ້ນຈິ່ງເປັນໂອກາດຊ່ອງທາງໃຫມ່ໃນການສຶກສາລົງທຶນສ້າງກຳໄລໄດ້ຢ່າງມະຫາສານດ້ວຍວິທີງ່າຍໆ ຜ່ານລະບົບເວັບໄຊຣ໌ ບໍ່ວ່າຈະເປັນນັກ Trading ,Mining ແລະ ຜູ້ຊື້ຖືຄອງຫຼຽນໄວເທຂາຍເກນກຳໄລໃນຊ່ວງທີ່ມູນຄ່າເພີ່ມຂື້ນ ມູນຄ່າໃນຕະຫລາດໂລກຂອງສກຸນເງິນ Bitcoin ຈະມີການເໜັງຕິງຂື້ນລົງຢູ່ຕະຫລອດ24ຊົ່ວໂມງພຽງແຕ່ຮູ້ຈັ່ງຫວະກໍ່ສາມາດສ້າງກຳໄລໄດ້ຢ່າງໄຮ້ຂີດຈຳກັດເຖິງ100ກ່ວາ%ພຽງໃນຊົ່ວຂ້າມຄືນ (ສົນໃຈຮຽນຮູ້ກ່ຽວກັບ Bitcoin ຕິດຕໍ່ພວກເຮົາມາໄດ້ທີ່ ຂໍ້ມູນຕິດຕໍ່ຢູ່ ຫນ້າເວັບ ຫ້ອງ ​(ຕິດຕໍ່)  ມາໄດ້ຕະຫຼອດ 24h ພ້ອມໃຫ້ຄຳປຶກສາ.. .
Bitcoin&Crypto Laos
ນອກຈາກທາງເວັບພວກເຮົາຈະໃຫ້ບໍ່ລິການສື່ຂໍ້ມູນຂ່າວສານແລ້ວ ພວກເຮົາຍັງມີ ບໍ່ລີການແລກປ່ຽນແລະຊື້ຂາຍສະກຸນເງີນດີຈີຕ່ອນນຳອີກ
ເຊີ່ງໃນການດຳເດີນການຊື້ຂາຍກັບພວກເຮົາແມ່ນພວກເຮົາຈະຊື້ຂາຍໃນສອງແບບຄື:
1. ການຊື້ຂາຍໂດຍ ການໂອນເງີນຊື້ຂາຍທາງ ບໍ່ລິການ BCEL One ຂອງທະນາຄານກ້າຄ້າລາວ ເປັນກີບ,ບາດແລະໂດລາ.

2. ແມ່ນການຊື້ຂາຍໂດຍຕຮົງຈາກຄູ່ກໍ່ລະນີໃນການຊື້ຂາຍ ເຊີ່ງຜູ້ຊື້ແລະຜູ້ຂາຍຈະຊື້ຂາຍຕົກລົງກັນແບບຕົວຕໍ່ຕົວ ແລະປະຕິບັດຕາມລະບຽບແລະເງື່ອໄຂຂອງສອງຝ່າຍ
ການຊື້ຂາຍໂດຍ ການໂອນເງີນຊື້ຂາຍທາງ ບໍ່ລິການ BCEL One ຂອງທະນາຄານກ້າຄ້າລາວ ເປັນກີບ,ບາດແລະໂດລາ.

ແມ່ນການຊື້ຂາຍໂດຍຕຮົງຈາກຄູ່ກໍ່ລະນີໃນການຊື້ຂາຍ ເຊີ່ງຜູ້ຊື້ແລະຜູ້ຂາຍຈະຊື້ຂາຍຕົກລົງກັນແບບຕົວຕໍ່ຕົວ (ເງີນສົດ) ຫລື ປະຕິບັດຕາມລະບຽບແລະເງື່ອໄຂຂອງສອງຝ່າຍ
ການຊື້ຂາຍນີ້ທຸກຄົນຈະມີກົດຂອງໃຜມັນ ສຳລັບທ່ານໃດທີ່ມາຊື້ຂາຍກັບທີມງານພວກເຮົາແມ່ນ:

# ທ່ານຕ້ອງສຳລະເງີນກ່ອນທີ່ທີມງານພວກເຮົາຈະໂອນ ບິດຄອຍໃຫ້
ໃນກໍ່ລະນີທີ່ຊື້ຫລາຍ 2 ບິດຂື້ນໄປແມ່ນຕ້ອງໄດ້ລໍ່ຖ້າ 24-48ຊົວໂມງ ພ້ອມທັງມີໂປໂມຊັນແຖມໃຫ້ພິເສດ

# ທາງທີ່ດີໃນການຊື້ຂາຍກັບພວກເຮົາ ຂໍໃຫ້ທ່ານມາຊື້ຂາຍກັນໂດຍຕຮົງ ມອບເງີນ ໃຫ້ພວກເຮົາໂດຍກົງ ເພື່ອງປອ້ງກັນ ການແອບອ້າງຈາກບໍ່ຫວັງດີ ສໍ້ໂກງ ເຊີ່ງກ່ອໃຫ້ເກີດຄວາມເສຍຫາຍໄດ້.

ພິເສດ: ຖ້າທ່ານຊື້ຂາຍກັບພວກເຮົາເປັນປະຈຳພວກເຮົາຈະມີສ່ວນຫລຸດຫລືແຖມໃຫ້ໄດ້
ທ່ານໃດ້ ສົນໄຈຊື້ຂາຍກັບພວກເຮົາແມ່ນ ຕິດຕໍ່ຫາພວກເຮົາໄດ້ທີ່ຫນ້າເວັບ ຊ່ອງ: ຕິດຕໍ່

ຫມາຍເຫດ: ການລົງທືນທຸກຢ່າງມັນມີຄວາມສ່ຽງ ໂດຍສະເພາະ ການລົງທືນໃນສະກຸນເງີນຄຮີບໂຕ ຂ້ອນຂ້າງຈະມີຄວາມສ່ຽງສູງ ລາຄາຝັນຝວນໄດ້ງ່າຍ ຂື້ນໄວລົງໄວ ສະນັ້ນ ທ່ານຈົ່ງສືກສາຂໍ້ມູນໃຫ້ລະອຽດກອ່ນຕັດສີນໄຈລົງທືນ ເພາະການລົງທືນຂອງທ່ານແມ່ນຂື່ນກັບທ່ານ ພວກເຮົາບໍ່ຮູ້ເຫັນ ແລະ ບໍ່ມີສ່ວນໄດ້ສ່ວນເສຍກັບການລົງທືນຂອງທ່ານ ຖ້າຫາກເກີດຫຍັງຂື່ນ ນຳໄປສູ່ ການສູນເສຍເງີນ ແມ່ນພວກເຮົາຈະບໍ່ຮັບຜິດຊອບໃດໆຕໍ່ກັບເງີນຂອງທ່ານ. ເວັບໃຊ້ຂອງພວກເຮົາມີພຽງແຕ່ນຳສະເຫນີຂໍ້ມູນຂ່າວສານຂອງຄຮີບໂຕເຄີເຮັນຊີ ໃຫ້ແກ່ທ່ານເທົ່ານັ້ນ.
ຂອບໄຈ...

ความคิดเห็น