ທະນາຄານທີ່ໃຫຍ່ທີສຸດໃນຟີລິບປີນເປີດຕູ້ ATM ຄຮິບໂຕ ໃຫ້ສາມາດຊື້ແລະຂາຍໄດ້ພາຍໃນຕູ້ດຽວ
ຫນື່ງໃນທະນາຄານທີ່ໃຫຍ່ທີ່ສຸດໃນປະເທດຟີລິບປີນ ຊື່ວ່າ Union Bank ກຳລັງເປີດຕູ້ ATM ຄຮິບໂຕເຄີເຮັນຊີ ແບບ two-way (ສາມາດຊື້ແລະຂາຍຮ່ວມຢູ່ໃນຕູ້ດຽວກັນໄດ້) ທີ່ຈະເປັນໄປຕາມຂໍ້ກົດຫມາຍດ້ານຕູ້ ATM ຂອງຟີລິດປີນ (Bangko
Sentral ng Pilipinas’) ໂດຍຂໍ້ກົດຫມາຍດ້ານ cryptocurrency
ໃນປະເທດຟີລິດປີນນັ້ນລະບຸໄວ້ວ່າຫລຽນຄຮີບໂຕ ຫລື
ສະກຸນເງີນດີຈີຕອລນັ້ນສາມາດໃຊ້ໄດ້ໃນກໍລະນີ
“ໃຊ້ເພື່ອສົ່ງຕໍ່ ບໍລິການດ້ານການເງີນ,
ໂດຍສະເພາະດ້ານການຈ່າຍເງີນແລະການໂອນເງີນ”
ຕູ້ ATM ຂອງ
Union Bank
The Union Bank of the
Philippines (Unionbank)
ນັ້ນຖືວ່າເປັນທະນາຄານທີ່ໃຫຍ່ທີ່ສຸດໃນປະເທດ ໂດຍພວກເຂົາໄດ້ເປີດຕູ້ ATM ຄຮິບໂຕທີ່ຈະໃຫ້ຜູ້ໃຊ້ງານສາມາດຊື້ແລະຂາຍຫລຽນຄຮິບໂຕ
ຫລື ສະກຸນເງີນດີຈີຕອລໄດ້ໃນເຄື່ອງດຽວກັນ ອ້າງອີງຈາກ Philippine
Star ລາຍງານມື້ວັນພຸດທີ່ຜ່ານມາ ໂດຍຕູ້ ATM ທີ່ວ່ານີ້ຈະເປັນຕູ້ທຳອິດຂອງປະເທດທີ່ໄດ້ເຮັດຕາມຂໍ້ກົດຫມາຍຂອງທະນາຄານກາງ
ເຊີ່ງໂຄງການ Bangko Sentral ng Pilipinas (BSP) ນັ້ນຖືວ່າເປັນສ່ວນຫນື່ງຂອງ regulatory
sandbox ຂອງລັດຟີລິບປີນ
ເວັບລົງທືນຫາບິດຄອຍທີ່ດີທີ່ສຸດຕອນນີ້
ລົງທະບຽນລີ້ງດ້ານລຸ້ມ
ທາງ Unionbank ກ່າວວ່າ “ທະນາຄານໄດ້ສານຕໍ່ພາລະກິດເພື່ອຮອງຮັບຄວາມຕ້ອງການແລະລົດສະນິຍົມຂອງລູກຄ້າ
ລວມເຖີ່ງລູກຄ້າອື່ນໆ ທີ່ໃຊ້ສະກຸນເງີນດີຈີຕອລດ້ວຍ ໂດຍຕູ້ ATM ນີ້ຈະສ້າງຊ່ອງທາງເລືອກໃນການແປງສະກຸນເງີນເປໂຊເປັນສະກຸນເງີນດີຈີຕອລໄດ້
ແລະ ປ່ຽນສະກຸນເງີນດີຈີຕອລເປັນສະກຸນເງີນເປໂຊໄດ້“ ຖ້າວ່າພວກເຂົາບໍ່ໄດ້ເຜີຍວ່າຫລຽນຄຮິບໂຕໃດທີ່ຈະຖືກເລືອກມາໃຊ້ກັບຕູ້ ATM ດັ່ງກ່າວແດ່
ຮູບຂອງຕູ້ ATM ຄຮິບໂຕຂອງທະນາຄານ Unionbank ຖຶກໂພດຂື້ນບົນທະວິດເຕີຂອງທ່ານ Mike
Abundo ເປັນຄັ້ງທຳອິດ
ກົດຫມາຍດ້ານຄຮິບໂຕໃນຟີລິບປີນ
ທະນາຄານ Bangko Sentral ng Pilipinas ອະທິບາຍວ່າ “ຫລັງຈາກທີ່ມີການອອກຄຳເຕືອນດ້ານກົດຫມາຍໂດຍ BSP ເມື່ອເດືອນມີນາຄົມ ປີ2014 ນັ້ນ ໄດ້ມີວິທີກຳກັບດູແລຢ່າງເປັນທາງການຜ່ານການອອກຫນັງສືວຽນສະບັບທີ່
944 ຂອງວັນທີ່ 6 ກຸ່ມພາ 2017” ເຊີ່ງຫນັງສືວຽນທີ່ວ່ານີ້ໄດ້ມີການກຳນົດຂໍ້ກົດຫມາຍກ່ຽວກັບ
“ການແລກປ່ຽນສະກຸນເງີນສະເຫມືອຈີ່ງ
virtual currency” ລວມເຖີ່ງ “ບໍ່ລິການຫລືກິດຈະກຳທີ່ໃຫ້ບໍ່ລິການດ້ານການແລກປ່ຽນສະກຸນເງີນສະເຫມືອຈີງ
ກັບເງີນ ເປໂຊ” ໃນປະເທດ,
ທາງ BSP ກ່າວວ່າພວກເຂົາ
“ບໍ່ຕ້ອງການສະຫນັບສະຫນູນ” ຫລຽນ ຫລື cryptocurrency ໃດໆ ກໍ່ແລ້ວແຕ່ລວມເຖີ່ງ ບິດຄອຍ ພ້ອມກ່າວຕື່ມວ່າ “ເມື່ອຖືກໃຊ້້ເພື່ອສົ່ງຕໍ່ບໍ່ລິການດ້ານການເງີນ
ໂດຍສະເພາະການໃຊ້ຈ່າຍ ຫລື ການໂອນເງີນ”
ໂດຍອ້າງອີງຈາກຫນັງສືວຽນດັງກ່າວ ຜູ້ໃຫ້ບໍ່ລິການແລກປ່ຽນຄຮິບໂຕນັ້ນຈະຕ້ອງມີການຂໍໃບອະນຸຍາດກ່ອນ
ຫາກຕ້ອງການທີ່ຈະເປີດໃຫ້ບໍ່ລິການໄດ້ ແລະ ແມ້ວ່າຈະມີກົດຫມາຍດ້ານການແລກປ່ຽນແລ້ວ
ການໂອນເງີນຫລືຈ່າຍເງີນທີ່ມີມູນຄ່າຫລາຍກວ່າ 5 ແສນເປໂຊ ຫລື 1.8 ແສນດອນລາສະຫະລັດ ຫລື
ທຽບເທົ່າກັບສະກຸນເງີນຕ່າງປະເທດອື່ນໆ ຈະຕ້ອງເຮັດຜ່ານເຊັກ ຫລື ການໂອນຜ່ານເຄບິດເທົ່ານັ້ນ
ຍີ່ງໄປກວ່ານັ້ນ ພວກເຂົາຈະຕ້ອງ “ມີການຮັກສາການຄອບຄຸ້ມລະບົບພາຍໃນ” ເພື່ອໃຫ້ເປັນໄປຕາມຂໍ້ກຳນົດກົດຫມາຍຂອງ BSP ອີກດ້ວຍ ເມື່ອເດືອນ
ພະຈີກ ປີທີ່ຜ່ານມາ ທະນາຄານກາງແຫ່ງປະເທດຟີລິບປີນ
ໄດ້ອອກໃບອະນຸຍາດໃຫ້ກັບເວັບແລກປ່ຽນຫລຽນຄຮິບໂຕໃນປະເທດຈຳນວນ 7
ບໍ່ລິສັດ ແລະ ກຳລັງພິຈາລະນາຄຳຂໍໃຫ້ກັບເວັບຂອງກະດາດແລກປ່ຽນອີກ 40 ແຫ່ງໃນຂະນະນີ້
ຕິດຕາມພວກເຮົາໄດ້ທາງເພດ
ความคิดเห็น