ສະບາຍດີ ໃນມື້ນີ້ ແອັດມິນຈະພາທຸກທ່ານ
ໄປຮູ້ຈັກຄຳວ່າ "Burn" ເປັນຄຳສັບສະເພາະໃນວົງການຄຼິບໂຕ
"Burn" (ເບິຣນ) ແປຄວາມໝາຍໄດ້ຄວາມວ່າ ການເຜົາ, ໄຟລຸກ ຫຼືການລຸກໄໝ້ ຫຼືການທຳລາຍດ້ວຍຄວາມຮ້ອນສູງ ຄຳໆນີ້ມີພື້ນຖານຄຳສັບມາຈາກພາສາ German ບູຮານໂດຍ ຄົ້ນພົບຫຼັກຖານ ພົບຄຳວ່າ"Brennen" ລວມເຖິງພາສາ Dutch "Bron" ມີການໃຊ້ງານຕັ້ງແຕ່ ຄ.ສ.1200 ຕໍ່ມາອີກ 100 ປີໄດ້ພົບນັກບັນທຶກການໃຫ້ຄຳໆນີ້ອີກຄັ້ງ ໃນຄວາມໝາຍທີ່ວ່າ ການຈຸດໄຟ ແລະ ການທຳລາຍດ້ວຍຄວາມຮ້ອນເຊັ່ນກັນ
ກັບມາທີ່ຄວາມໝາຍຂອງ "Burn" ໃນວົງການຄຼິບກັນຫຼາຍໆທ່ານອາດຈະເຄີຍໄດ້ຮັບຮູ້ວ່າຫຼຽນນັ້ນຫຼຽນນີ້ ປະກາດຈະເບິຣນຫຼຽນຖີ້ມ ມັກຈະມີຄົນຖາມເກີດຂື້ນສະເໝີ ຈະເຜົາເງິນຖີ້ມເພື່ອຫຍັງ? ແລ້ວຈະເຜົາມັນແບບໃດ
ການເຜົາຫຼຽນໃນລະບົບ Cryptocurrencies ໝາຍເຖິງການສົ່ງຫຼຽນບາງສ່ວນຂອງສະກຸນນັ້ນໆ ໄປຍັງທີ່ຢູ່ຊື່ງບໍ່ສາມາດນຳຫຼຽນເຫຼົ່ານັ້ນໃຊ້ງານໃນລະບົບບໍ່ໄດ້ອີກ ເນື່ອງຈາກຄີສ່ວນຕົວຂອງທີ່ຢູ່ດັ່ງກ່າວບໍ່ສາມາດເຮັດໄດ້ໂດຍການ Lock Private Key ຂອງສ່ວນນັ້ນໄວ້ບໍ່ມີໃຜສາມາດເຂົ້າເຖິງໄດ້ອີກແລ້ວ
ຄຳຖາມຕໍ່ມາຄື ແລ້ວຈະເຜົາທຳລາຍຫຼຽນເຮັດຫຍັງ??
ການເຜົາຫຼຽນມັກເຮັດເພື່ອວັດຖຸປະສົງດັ່ງຕໍ່ໄປນີ້:
1. ສໍາລັບການເຮັດຫຼຽນ ຫຼື ຣີແບຣນໃໝ່(ຫຼັກຖານການທໍາລາຍຫຼຽນເກົ່າ)
2. ໃຫ້ລາງວັນຜູ້ທີ່ຖືຫຼຽນຕົວເດີມ ໂດຍເມື່ອທຳລາຍຫຼຽນແລ້ວຈຳນວນຫຼຽນນັ້ນໆຕະຫຼາດຈະຫຼຸດຈຳນວນລົງ ເຮັດໃຫ້ມູນຄ່າຂອງຫຼຽນທີ່ມີຢູ່ໃນຕະຫຼາດເພິ່ມຂື້ນຕາມໄປດ້ວຍ
3. ສຳລັບການທຳລາຍໂທເຄັນ ຫຼື ຫຼຽນທີ່ຂາຍບໍ່ໝົດຈາກທີ່ ICO ນັ້ນໆປິດການຂາຍແລ້ວ
ແລ້ວພົບກັນໃໝ່ຄັ້ງຕໍ່ໄປ........ ສະບາຍດີ
ความคิดเห็น