ข้ามไปที่เนื้อหาหลัก

ຂອໃຫ້ທຸກທ່ານຄຮີກໄປທີ່ ຄຳວ່າ "ອ່ານເພີ້ມ" ຂ້ອມູນຈະອະທິບາຍຢ່າງຊັດເຈນອຍູ່ທີ່ຄຳວ່າ "ອ່ານເພີ້ມ"

Eric Hughes
ທ້າຍປີ 1992 Eric Hughes, Timothy C. May ແລະ John Gilmore ໄດ້ຈັດຕັ້ງກຸ່ມນ້ອຍໆ ຂື້ນມາກຸ່ມໜຶ່ງທີ່ມີຊື່ວ່າ Cypherpunk ຊື່ງມາຈາກຄຳວ່າ Cipher (ການເຂົ້າລະຫັດ) ແລະຄຳວ່າ punk (ກຸ່ມເດັກໄວລຸ້ນ)
ພວກເຂົາໄດ້ສ້າງ Mailing List (ເຄື່ອຂ່າຍສະມາຊິກທີ່ສົ່ງຂໍ້ມູນກັນຜ່ານ E-mail) ທີ່ມີສະມາຊິກຫຼາຍກວ່າ 700 ຄົນ ຊື່ງໃນກຸ່ມນັ້ນຈະໂອ້ລົມກັນກ່ຽວກັບຄວາມຮູ້ເຊີງຄະນິດສາດ ແຫ່ງການເຂົ້າລະຫັດ (Cryptography) ຄວາມຮູ້ໃນສາຂາວິທະຍາການຄອມພິວເຕີ ປັດຊະຍາ ແລະຄວາມເຫັນທາງການເມືອງ ໂດຍໃນປີ 1997 ຫຼືອີກ 5 ປີຖັດມາ ປາກົດວ່າມີສະມາຊິກເຂົ້າຮ່ວມກຸ່ມດັ່ງກ່າວເຖິງ 2000 ຄົນ ແລະ ແນວຄິດຂອງ Bitcoin ທີ່ສາມາດໂອນເງິນໄດ້ຢ່າງອິດສະຫຼະໂດຍບໍ່ຕ້ອງເປີດເຜີຍຕົວຕົນຈິງເກີດຂື້ນທີ່ນີ້
Cypherpunk นักปฏิวัติแห่งเงินดิจิทัล

ກຸ່ມ Cypherpunk ພາກັນຖົກຖ່ຽງກັນເຖິງແນວຄວາມຄິດທີ່ຈະອອກຈາກລະບົບການເງິນແບບເກົ່າໆ ທີ່ມີລັດຖະບານເປັນຜູ້ຄວບຄຸມ ແລະຫຼີກໜີຈາກບັນຫາທີ່ເງິນໃນຮູບແບບປະຈຸບັນນັ້ນຂາດຄວາມເປັນສ່ວນຕົວ ລວມເຖິງໄດ້ເວົ້າເຖິງການໃຊ້ເຕັກໂນໂລຢີ Cryptography ຫຼືການເຂົ້າລະຫັດເພື່ອເຮັດໃຫ້ການໃຊ້ເງິນນັ້ນມີຄວາມເປັນສ່ວນຕົວຂື້ນ ຊື່ງໃນປະກາດຂອງກຸ່ມ Cypherpunk ນັ້ນ Eric Hughes ໄດ້ເວົ້າເຖິງອຸດົມການຂອງກຸ່ມໄວ້ວ່າ

“ຄວາມເປັນສ່ວນຕົວນັ້ນເປັນເລື່ອງທີ່ສຳຄັນສຳລັບສັງຄົມໃນຍຸກອີເລັກໂຕຣນິກພວກເຮົາບໍ່ສາມາດຄາດຫວັງໃຫ້ລັດຖະບານຫຼືໜ່ວຍງານໃດໆ ມາເບິ່ງແຍງເຮົາໄດ້ ພວກເຮົາຕ້ອງປົກປ້ອງຄວາມເປັນສ່ວນຕົວຂອງຕົວເອງ ໂດຍກຸ່ມ Cypherpunk ຈະຂຽນຊອບຟ໌ແວຣທີ່ສາມາດປົກປ້ອງຄວາມເປັນສ່ວນຕົວຂອງເຮົາ ແລະເຮົາຈະສ້າງມັນຂື້ນມາ”

ໃນປີ 1993 ນິດຕະຍາສານ Wired ຂອງອາເມລິການໄດ້ລົງບົດຄວາມກ່ຽວກັບ Cypherpunk ໂດຍຂື້ນຫົວຂໍ້ວ່າ Crypto Rebel ຫຼືນັກປະຕິວັດທາງການເຂົ້າລະຫັດໂດຍມີເນື້ອຄວາມວ່າ
“ກຸ່ມ Cypherpunk ນັ້ນຄາດຫວັງເຖິງໂລກທີ່ຂໍ້ມູນຂອງທຸກຄົນ ບໍ່ວ່າຈະເປັນຄວາມຄິດເຫັນ ຂໍ້ມູນສ່ວນຕົວທາງການແພດ ນັ້ນສາມາດເປີດເຜີຍໄດ້ຫາກເຈົ້າຕົວຕ້ອງການຈະເປີດເຜີຍ ເພາະໂລກໃນຕອນນີ້ນັ້ນຂໍ້ມູນສາມາດສົ່ງຂ້າມໂລກໄດ້ດ້ວຍເນັດເວີກຣ໌ແລະຄື້ນໄມໂຄເວບ ແຕ່ແລ້ວລັດຖະບານກໍ່ໄດ້ພະຍາຍມແຍກມັນໄປຈາກພວກເຮົາ ເຮົາຢາກເຫັນໂລກທີ່ມີອຸປະກອນທີ່ຊ່ອຍເຫຼືອໃນເຮື່ອງຄວາມເປັນສ່ວນຕົວໃຫ້ແກ່ເຮົາ ແລະສິ່ງດຽວທີ່ສາມາດເຮັດໄດ້ຄືເທັກໂນໂລຢີການເຂົ້າລະຫັດ ແລ້ວເທັກໂນໂລຢີນີ້ຈະເກີດຂື້ນແທ້ຫຼືບໍ່ ເພາະແນ່ນອນວ່າມັນຈະຕ້ອງມີບັນກາເລື່ອງການເມືອງມາເປັນອຸປະສັກ ລັດຖະບານຄົງພະຍາຍາມໃຊ້ອຳນາດທີ່ມີເພື່ອຄວບຄຸມແນ່ນອນ ເບິ່ງໆໄປແລ້ວມັນກໍ່ຄືກັບສົງຄາມລະຫວ່າງນັກປະຕິວັດທີ່ຈະໃຊ້ການເຂົ້າລະຫັດເປັນເຄື່ອງມືກັບຜູ້ທີ່ຈະປາບປາມເທັກໂນໂລຢີນີ້ ແລະກຸ່ມ Cypherpunk ເບິ່ງຄືກັບວ່າຈະເປັນແນວໜ້າໃນສົງຄາມຄັ້ງນີ້ ເຖິງແມ້ວ່າສົງຄາມຄັ້ງນີ້ອາດຈະໃຊ້ເວລາດົນນານ ແຕພະນັນໄດ້ເລີຍວ່າ ຜົນລັບຂອງສົງຄາມຄັ້ງນີ້ໝາຍເຖິງອິດສະຫຼະເສລີທີ່ຜູ້ຄົນຈຳນວນຫຼາຍຈະໄດ້ຮັບໃນສັດຕະວັດທີ່ 21 ແຕ່ Cypherpunk ອິດສະຫຼະນັ້ນຄຸ້ມຄ່າກັບຄວາມສ່ຽງ”
ຊື່ງດ້ວຍຂໍ້ມູນເຫຼົ່ານີ້ເຮົາຈະເຫັນວ່າກຸ່ມ Cypherpunk ນັ້ນເປັນກຸ່ມເສລີນິຍົມທີ່ຕ້ອງການກະຈາຍອຳນາດໃນການຄວບຄຸມຂໍ້ມູນສ່ວນຕົວຂອງຕົວເອງແກ່ມືປະຊາຊົນແລະຜູ້ຄົນໃນກຸ່ມນີ້ຍັງຖົກຖ່ຽງກັນເຖິງຄວາມເປັນໄປໄດ້ໃນການສ້າງສະກຸນເງິນດິຈິຕອນ ຫຼື Cryptocurrency ແລ້ວກໍ່ໄດ້ສ້າງມັນອອກມາແທ້ໆ ແຕ່ໜ້າເສຍດາຍທີ່ບໍ່ມີ Cryptocurrency ຕົວໃດປະສົບຄວາມສຳເລັດເລີຍ.

Adam Back
• ໃນປີ 1997 Adam Back ໄດ້ສ້າງ Hashcash ທີ່ສາມາດຕໍ່ຕ້ານການໂຈມຕີຈາກ Spam ໂດຍໃຊ້ກຳລັງປະມວນຜົນໃນການສົ່ງອີເມວເປັນຄືກັບຕົ້ນທຶນ ຜູ້ທີ່ຈະສົ່ງອີເມວຈະຕ້ອງເສຍກຳລັງປະມວນຜົນສ່ວນໜຶ່ງເພື່ອສົ່ງອີເມວເຖິງຈະສົ່ງໄດ້ແລະນີ້ເປັນຕົ້ນແບບຂອງ Proof of work ໃນ Bitcoin

• Wei dai
ໃນປີ 1998 Wei dai ໄດ້ສົ່ງງານວິໃຈ “B-money” ໄປໃນກຸ່ມ Cypherpunk ມັນຄື “ລະບົບເງິນສົດດິຈິຕອນແບບກະຈາຍຕົວແລະມີຄວາມໝາຍເປັນສ່ວນຕົວ” ແລະ ຈາກເຂົາໄດ້ອ່ານບົດຄວາມຂອງ Tim May ໃນງານວິໃຈນັ້ນເອີ່ຍເຖີງ Protocal ສອງຢ່າງ ແລະໜຶ່ງຢ່າງໃນນັ້ນຄື Proof of work ຊື່ງກາຍເປັນທີ່ຮູ້ຈັກໃນວົງກ້ວາງໃນພາຍຫຼັງເຖິງແນວຄິດທີ່ຜູ້ທີ່ມີສິດທິຜະລິດເງິນເພີ່ມນັ້ນຕ້ອງເປັນຜູ້ທີ່ຢືນຢັນທຸລະກຳ.

• Hal Finney (ປະຈຸບັນເສຍຊິວິດແລ້ວ)
Hal FInney ໄດ້ຄິດຄົ້ນ RPOW (Reusable Proof of Works) ທີ່ຖືກສ້າງຈາກລະບົບຂອງ Hashcash ແລະເປັນລະບົບເງິນທີ່ຖືກເຂົ້າລະຫັດທີ່ສາມາດໃຊ້ໄດ້ພຽງຄັ້ງດຽວ ແຕ່ຢ່າງໃດມັນກໍ່ຕາມລະບົບປ້ອງກັນບັນຫາ Double spending ນັ້ນຈະຕ້ອງຖືກຄວບຄຸມໂດຍຕົວກາງ.

• Devid Choum
Digicash ທີ່ສ້າງໂດຍ David Chaum ແລະຖືກນຳສະເໜີໃນປີ 1989 ເກື່ອບຈະປະສົບຜົນສຳເລັດຢູ່ແລ້ວ ແຕ່ດ້ວຍຄວາມທີ່ມັນເປັນລະບົບຊຳລະເງິນດິຈິຕອນທີ່ເຮັດໃຫ້ບຸກຄົນທົ່ວໄປສາມາດຊຳລະເງິນຜ່ານອິນເຕີເນັດໄດ້ໂດຍບໍ່ລະບຸຕົວຕົນ ລວມເຖິງຄວາມພະຍາຍາມໃນການພັດທະນາລະບົບທີ່ສາມາດປ້ອງກັນບັນຫາ Double Spending ໄດ້ອີກດ້ວຍ ຖືເປັນລະບົບທຳອິດທີ່ພໍຈະສາມາດເອີ້ນໄດ້ວ່າເປັນ Ecash ຫຼືເງິນສົດດິຈິຕອນໄດ້ ແລະ ໄດ້ມີການນຳໄປໃຊ້ຕົວຈິງຈາກຫຼາຍບໍລິສັດ ເຊັ່ນ Microsoft ຫຼື IBM ແຕ່ບັນຫາທີ່ເກີດຂື້ນຄືພຶດຕິກຳຂອງຜູ້ບໍລິໂພກໃນສະໄຫມນັ້ນບໍ່ໄດ້ສົນໃຈເລື່ອງຄວາມເປັນສ່ວນຕົວຫຼາຍປານໃດ ຈຶ່ງເຮັດໃຫ້ບໍລິສັດ Digicash ຂາດເງິນທືນ ແລະ ລົ້ມລະລາຍລົງໃນປີ 1998.

• Nick Szabo
Nick Szabo ໄດ້ເຜີຍແຜ່ງານວິໃຈທີ່ມີຊື່ວ່າ Bitgold ໃນປີ 2005 ໂດຍອ້າງອິງຈາກລະບົບ RPOW ວ່າມູນຄ່າຂອງເງິນດິຈິຕອນນັ້ນຄວນຈະມາຈາກພະລັງໃນການປະມວນຜົນໃນການສ້າງ ເຂົາຍັງຕ້ອງການໃຫ້ລະບົບການເງິນເປັນຮູບແບບກະຈາຍສູນແບບທີ່ບໍ່ຕ້ອງມີຕົວກາງຄືທະນາຄານແລະລັດຖະບານມາຍຸ້ງກ່ຽວ ແຕ່ຢ່າງໃດກໍ່ຕາມ Bitgold ນັ້ນບໍ່ໄດ້ມີການຈຳກັດຈຳນວນຄືທອງຄຳ ແຕ່ຢ່າງໃດກໍ່ຕາມງານວິໃຈຂອງເຂົາພັດມີຂໍ້ກົງຂ້າມຫຼາຍ ເຊັ່ນຄຳຖາມຈາກຜູ້ຄົນໃນຄອມມູນິຕີ້ວ່າ Cryptocurrency ນັ້ນຍາກທີ່ຈະໄດ້ຮັບການຍອມຮັບໃນມູນຄ່າແລະໃຊ້ງານຈິງ.

Subprime mortage 1998-2008
ອັນທີ່ຈິງແລ້ວທັງອຸດົມການ ແລະ ແນວຄິດຂອງກຸ່ມ Cypherpunk ນັ້ນກໍ່ບໍໄດ້ເປັນທີ່ຮູ້ຈັກຢ່າງກ້ວາງຂວາງຈົນວ່າໃນປີ 2008 ທີ່ເກີດວິກິດສິນເຊື່ອຊັບໄຟຣມ໌ ຫຼືທີ່ຮູ້ຈັກກັນໃນຊື່ “ວິກິດການແຮມເບີເກີ” ທີ່ເກີດຈາການລົ້ມຕົວລົງແບບກະທັນຫັນຂອງຕະຫຼາດອະສັງຫາຣິມມະຊັບຂອງສາຫະລັດອາເມລິກາ ສົ່ງຜົນໃຫ້ສະຖາບັນການເງິນທົ່ວໂລກໄດ້ຮັບຄວາມເສຍຫາຍຫຼາຍກວ່າ 1.4 ລ້ານລ້ານດອນລຼາສາຫະລັດ ເສດຖະກິດຫຼຸດຖອຍທົ່ວໂລກ ທະນາຄານຈຳນວນຫຼາຍຕ່າງພະຍາຍາມກະຕຸ້ນເສດຖະກິດດ້ວຍການອັດສີດເງິນເຂົ້າລະບົບແລະຜະລິດເງິນເພີ່ມໂດຍຍູ້ພາລະໜີ້ສິນໃຫ້ແກ່ປະຊາຊົນເຮັດໃຫ້ເກີດພາວະເງິນເຟີ້ໃນເວລາຕໍ່ມາ. ແນວຄິດຂອງ Cypherpunk ຈື່ງກັບມາເປັນທີ່ເວົ້າເຖິງກັນອີກຄັ້ງວ່າ
ທີ່ແທ້ແລ້ວ ລະບົບການເງິນທີ່ເຮົາໃຊ້ຢູ່ນັ້ນດີພໍແລ້ວຫຼືບໍ່?
ການມີຕົວກາງທີ່ຄອຍຄວບຄຸມເງິນຄືລັດຖະບານອາດນຳມາຊື່ງຄວາມຜິດພາດຢ່າງໃຫຍ່ຫຼວງ ເປັນຄວາມສ່ຽງທີ່ຮ້າຍແຮງຫຼືບໍ່?
ແລະຫຼັງຈາກນັ້ນໃນວັນທີ 31 ຕຸລາ ປີ 2008 White Paper ທີ່ມີຊື່ວ່າ “Bitcoin: A Peer-to-peer Electronic Cash System” ກໍ່ຖືກໂພດສ໌ລົງໃນເວບໄຊ metzdown.com ໂດຍຜູ້ໃຊ້ມີນາມແຝງວ່າ Satoshi Nakamoto ໂດຍໃນເນື້ອຫາໄດ້ກ່າວເຖິງເງິນດິຈິຕອນຂອງກຸ່ມ Cypherpunk ອາທິ Hashcash ແລະ B-money ນຳກັນແລ້ວກໍ່ຈົບກັນໄປແລ້ວກັບຕອນນີ້ຫວັງວ່າຜູ້ອ່ານຈະໄດ້ຮູ້ຈັກແນວຄິດທີ່ເກີດຂື້ນວ່າທີ່ແທ້ແລ້ວ Bitcoin ນັ້ນໄດ້ຜ່ານຫຍັງມາຢ່າງຫຼວງຫຼາຍກວ່າຈະມາເປັນເຖິງທຸກວັນນີ້ແລະໃນຕອນໜ້າເຮົາຈະໄປເລົ່າໃຫ້ເຖິງວິກິດ Subprime ທີ່ເປັນຕົ້ນເຫດໃຫ້ແນວຄິດຂອງກຸ່ມ Cypherpunk ກັບມາເວົ້າເຖິງຈົນຕ້ອງມີບຸກຄົນປິດສະໜາທີ່ມີຊື່ວ່າ Satoshi Nakamoto ຄິດຄົ້ນ Bitcoin ຂື້ນມາ
ຢ່າລືມ ກົດໄລຄ໌ ກົດແຊ ກັນຫຼາຍແດ່ເດີເຈົ້າ… ເພື່ອເປັນກຳລັງໃຈໃຫ້ທີມງານຂອງເຮົາ ທີ່ຈະນຳສະເໜີ ເລື່ອງລາວດີໆ ກ່ຽວກັບໂລກຂອງ Crypto Currency ແລະ Digital Asset ກັນຕໍ່ໄປ.

ความคิดเห็น

โพสต์ยอดนิยมจากบล็อกนี้

ຫລາຍຄົນຖາມວ່າ"ຫຸ້ນ"ແມ່ນຫຍັງ? ບິດຄອຍແມ່ນຫຍັງ? ບິດຄອຍມັນມີຄວາມຄ້າຍຄືຫຸ້ນແນວໃດ ແຕກຕ່າງຈາກຫຸ້ນແບບໃດ? ມື້ນີ້ຈະມາອະທິບາຍຄຳວ່າ "ຫຸ້ນໃຫ້ທຸກຄົນເຂົ້າໄຈກັນກອ່ນວ່າ "ຫຸ້ນ"ແມ່ນຫຍັງ?

ມີຫລາຍທ່ານຖາມມາວ່າ ” ຫຸ້ນ ” ແມ່ນຫຍັງ ? ຢາກຫລີ້ນ ” ຫຸ້ນ ” ຕ້ອງເຮັດແນວໃດ ? ມື້ນີ້ຂ້ອຍຈະມາອະທີບາຍເປັນພື້ນຖານໃນການຫລີ້ນຫຸ້ນແລະຫຸ້ນແມ່ນຫຍັງ ?   “ ຫຸ້ນ ” ກໍ່ຄື ຫລັກຊັບປະເພດຫນື່ງທີ່ສະແດງຄວາມເປັນເຈົ້າຂອງຫລືຕົວແທນຂອງບໍ່ລິສັດນັ້ນໆ. “ ຫຸ້ນ ” ແມ່ນຫຸ້ນສ່ວນທາງດ້ານເສດຖະກິດ , ດ້ານການລົງທືນຜູ້ຮ່ວມລົງທືນເພື່ອໃຫ້ໄດ້ຜົນກຳໄລນຳກັນ. ເວົ້າງ່າຍໆ ທຸກຄົນທີ່ມີຫຸ້ນຂອງບໍ່ລິສັດໃດຫນື່ງກໍ່ຫມາຍຄວາມວ່າຜູ້ນັ້ນກໍ່ເປັນເຈົ້າຂອງທຸລະກິດ, ມີສິດແລະໄດ້ເງີນປັນຜົນກັບບໍ່ລິສັດນັ້ນເຊັ່ນກັນ ແຕ່ຈະມີສິດແລະໄດ້ເງີນປັນຜົນຫນ້ອຍຫລືຫລາຍນັ້ນ ມັນກໍ່ຂື່ນຢູ່ກັບບຸກຄົນນັ້ນຈະມີຫຸ້ນຫນ້ອຍຫລືຫລາຍສຳໃດຢູ່ໃນບໍ້ໍ່ລິສັດນັ້ນ. ຍົກຕົວຢ່າງມາອະທິບາຍໃຫ້ເຂົ້າໄຈຈະແຈ້ງດັ່ງນີ້: ຖ້າເຈົ້າສ້າງຕັ້ງບໍ່ລິສັດຫນື່ງຂື່ນມາເອີ້ນວ່າບໍ່ລິສັດ Trade ເຮັດວຽກກ່ຽວກັບການຂົນສົ່ງ ສາຂາທີ່ 1 ລົງທືນ 100 ລ້ານກີບ ແລະ ບໍ່ລິສັດຂົນສົ່ງ Trade ນັ້ນສາມາດທຳກຳໄລໄດ້ເດືອນລະ 10 ລ້ານກີບ ຫລັງຈາກບໍ່ລິສັດນັ້ນສ້າງຕັ້ງແລະດຳເນີນມາໄດ້ 5 ເດືອນ ເຈົ້າກໍ່ຮູ້ສືກວ່າມັນໂອເຄ ແລະຢາກເປີດສາຂາໃຫມ່ຢູ່ຫລວງພະບາງ ເພື່ອຈະໄດ້ທຳການຄ້າ, ການຂົນສົງໄດ້ໄວແລະສະດວກຂື່ນອີກ ສາຂາ2 ນີ້ຈະຕ້ອງໄດ້ໃຊ້ເງີນລົງທືນເຖີ່ງ 200...
ບໍ່ໄດ້ເທຮດດົນແລ້ວຢູ່ເວັບນີ້ ແຕ່ກໍ່ເຄີຍເທຮດ ຫລື ທຳການຊື້ຂາຍມາຫລາຍກວ່າ 865ລ້ານກີບ ຫລື 100,000$ ສຳລັບຄົນມີເງີນ 100,000$ ບໍ່ຫລາຍດອກ ແຕ່ສຳລັບຂ້ອຍມືໃຫມ່ແດ່ ພ້ອມ ທືນຫນ້ອຍໄດ້ສຳນີ້ກໍຖືກວ່າຫລາຍແລ້ວ ຖ້າທ່ານຮູ້ເທຮດຫລືບໍ່ຮູ້ ມາຮຽນຮູ້ການເທຮດນຳພວກເຮົາໄດ້ ຖ້າທ່ານເທຮດເປັນແລ້ວ ທ່ານອາດທຳເງີນໄດ້ຫລາຍກວ່າຂ້ອຍ 100ເທົ່າ Livecoin.net ດ່ວນສອນເທຮດຄຮີບໂຕ: ໂອກາດຊ່ອງທາງໃຫມ່ໃນການສຶກສາລົງທຶນສ້າງກຳໄລໄດ້ຢ່າງມະຫາສານດ້ວຍວິທີງ່າຍໆ ຜ່ານລະບົບເວັບໄຊຣ໌ ບໍ່ວ່າຈະເປັນນັກ Trading ,Mining ແລະ ຜູ້ຊື້ຖືຄອງຫຼຽນໄວເທຂາຍເກນກຳໄລໃນຊ່ວງທີ່ມູນຄ່າເພີ່ມຂື້ນ ມູນຄ່າໃນຕະຫລາດໂລກຂອງສກຸນເງິນ Bitcoin ຈະມີການເໜັງຕິງຂື້ນລົງຢູ່ຕະຫລອດ24ຊົ່ວໂມງພຽງແຕ່ຮູ້ຈັ່ງຫວະກໍ່ສາມາດສ້າງກຳໄລໄດ້ຢ່າງໄຮ້ຂີດຈຳກັດເຖິງ100ກ່ວາ%ພຽງໃນຊົ່ວຂ້າມຄືນ (ສົນໃຈຮຽນຮູ້ກ່ຽວກັບ Bitcoin ຕິດຕໍ່ພວກເຮົາມາໄດ້ທີ່ ຂໍ້ມູນຕິດຕໍ່ຢູ່ ຫນ້າເວັບ ຫ້ອງ ​(ຕິດຕໍ່) ມາໄດ້ຕະຫຼອດ 24h ພ້ອມໃຫ້ຄຳປຶກສາ ທຸກທ່ານ

ເປັນຫຍັງ ບິດຄອຍ ຈື່ງມີຂ່າວດີ ແລະ ບໍ່ດີຢູ່ຕະຫລອດ? ເປັນຫຍັງຍັງມີ ທະນາຄານ ແລະ ຫລາຍໆປະເທດຍັງບໍ່ຍອມຮັບໃນຕົວຂອງ ບິດຄອຍ ໄດ້ເທົ່າທີ່ຄວນ?

ເປັນຫຍັງ ບິດຄອຍ ຈື່ງມີຂ່າວດີ ແລະ ບໍ່ດີຢູ່ຕະຫລອດ ? ທີ່ມັນມີຂ່າວທັງດີແລະບໍ່ດີກໍ່ຢູ່ຕະຫລອດ ກ່ຽວກັບ ບິດຄອຍ ແຕ່ນັກລົງທືນ ເຫັນມັນເປັນເລື່ອງທຳມະດາໄປແລ້ວ ເທົ່າທີ່ເຮົາຮູ້ວ່າ ຖ້າມີສີ່ງທີດີກວ່າເກີດຂື້ນ ອັນເປັນເຫດ ເຮັດໃຫ້ອີກຝ່າຍໃດຫນື່ງດ້ອຍກວ່າແລະເສຍຜົນປະໂຫຍດກວ່າ ມັນຕ້ອງມີການໂຈມຕີກັນເກີດຂື້ນເປັນເລື່ອງທຳມະດາຂອງທຸລະກິດ ສຸດທ້າຍແລ້ວມັນກໍ່ລົງເອີຍກັນໄປໄດ້ດ້ວຍດີ ເລື່ອງທີ່ມີຂ່າວບໍ່ດີນັ້ນ ກໍ່ມັກຈະເກີດຈາກຜູ້ ທີ່ບໍ່ທັນເຂົ້າໄຈແຈ້ງ ແລະ ຜູ້ທີ່ເສຍຜົນປະໂຫຍດຫລາຍສຸດໃນເລື່ອງນັ້ນ ແລ້ວເປັນຫຍັງຍັງມີ ທະນາຄານ ແລະ ຫລາຍໆປະເທດຍັງບໍ່ຍອມຮັບໃນຕົວຂອງ ບິດຄອຍ ໄດ້ເທົ່າທີ່ຄວນ ? ແນ່ນອນວ່າ ບິດຄອຍ ມັນມີທຸກຢ່າງຄົບສຸດຢູ່ໃນຕົວຂອງມັນເອງ ເປັນທັງສະກຸນເງີນ ເປັນທັງການລົງທືນ ແລະ ເປັນທັງການໃຊ້ຈ່າຍ ການໂອນຫາກັນແບບ ຄົນຕໍ່ຄົນໂດຍກົງ ບໍ່ມີໂຕກາງຄືກັບ ທະນາຄານ, ບໍ່ມີກົດຫມາຍປະເທດໃດບັງຄັບ ມັນເປັນເງີນເສລີ ທີ່ທຸກຄົນສາມາດຊື້ຂາຍໃຊ້ຈ່າຍກັນໄດ້ທົ່ວໂລກ ສະກຸນເງີນ ບິດຄອຍ ນີ້ເຮົາສາມາດໂອນອອກໄປຕ່າງປະເທດທົ່ວໂລກໄດ້ ໂດຍບໍ່ຜ່ານທະນາຄານ, ຫລື ສະຖາບັນການເງີນໃດໆ, ຖ້າເປັນສະກຸນເງີນອື່ນທົວໄປ ແນ່ນອນກ່ອນທີ່ເຈົ້າຈະໂອນອອກໄປຕ່າງປະເທດໄດ້ ຢ່າງແລກມັນຕ້ອງຜ່ານທະນາຄານສາກ່ອນ ຖ້...

ຂັ້ນຕອນພື້ນຖານໃນ ການ "ເທຮດ" ບິດຄອຍ (Bitcoin)

ທີ່ພວກເຮົາຮູ້ດີກັນຢູ່ແລ້ວວ່າການ "ເທຮດ" ແມ່ນຊື້/ການຂາຍ ຖ້າແມ່ນຂາຍສີນຄ້າເຈົ້າພຽງຮູ້ຊື້ແລະຂາຍກໍ່ເຮັດການຄ້າຂາຍໄດ້ແລ້ວ. ແຕ່ກົງກັນຂ້າມກັບການຊື້ຂາຍຄຮີບໂຕຫລື ສະກຸນເງີນດີຈີຕ່ອນຢ່າງສີ້ນເຊິງ ການຊື້ຂາຍຫລືທີ່ເອີ້ນວ່າ "ເທຮດ" ຂັ້ນຕອນພື້ນຖານທີ່ເຈົ້າຕ້ອງຮູ້ ຕິດຕາມຕະຫລາດຊື້ຂາຍຕະຫລອດ ຕິດຕາມຂ່າວຄາວກ່ຽວກັບຄຮີບໂຕວ່າມີຂ່າວດີຫລືບໍ່ດີມັນຈະສົ່ງຜົນກັບຕະຫລາດຊື້ຂາຍຫລາຍ ຕ້ອງມີຄວາມສາມາດໃນການນຳໃຊ້ຄອມພີວຕີວຂັ້ນພື້ນຖານ ມີມຸມມອງທີ່ກວ້າງຂວາງ ໃນເລື່ອງການຊື້ຂາຍຕ້ອງໃຊ້ເວລາແດ່ ແຕ່ບໍ່ດົນຈົນເກີນ 4ເດືອນ ຖ້າບໍ່ຂື້ນຂາຍອອກຊື້ໂຕໃຫມ່ເລີຍ ບໍ່ຕ້ອງຊື້ຕອນລາຄາສູງຫລືຕອນພູ້ງຂື້ນແຮງອາດເກີດການປັ່ນຂື່ນແລ້ວທຸບລາຄາລົງເຊີ່ງເຮົາອາດລຸກທືນ ຕ້ອງຫາຈັງວະແລະໂອກາດໃນການເຂ້າຊື້ ທາງທີ່ດີແມ່ນຊື້ຕອນລາຄາຕ່ຳ,ລາຄາຕົກ,ຫລືມີຂ່າວບໍ່ດີທີ່ເຮັດໃຫ້ເກີດການທຸບລາຄາແລະມັນຈະເດັງກັບຄືນ ຂາຍຕອນລາຂາຂື່ນຈຸດສູງສຸດຫລືພໍຄວນທີ່ຄິດວ່າຮອດຈຸດນັ້ນແລ້ວມັນຈະລົງ ວີເຄາະເບີ່ງຕະຫລາດຂອງມັນແລະທີ່ໄປທີ່ມາຂອງສະກຸນເງີນນັ້ນໃຫ້ລະອຽດ ແລະເບີ່ງວ່າຜ່ານມາມັນເຄີຍຂື່ນຫລືລົງບໍ່ ວີເຄາະເບີ່ງຊາດຕັ້ງແຕ່ເປີດໂຕຮອດມື້ເຮົາຈະເຂົ້າຊື້ມັນ  ຕິດຕາມວ່າສະກຸນເງີນນັ້ນຍັງມີທີມງານ ສຳຫນັບສະ...

ບົດຄວາມທີ່2 ຫຸ້ນ ແລະ ບິດຄອຍ ມັນມີຄວາມຄ້າຍຄືກັນແລະຕ່າງກັນແບບໃດ?

ບົດຄວາມທີ່ 2 ຫຸ້ນ ແລະ ບິດຄອຍ ມັນມີຄວາມຄ້າຍຄືກັນແລະຕ່າງກັນແບບໃດ ຂໍ້ຕ່າງ :   ບິດຄອຍ : 1.    ບິດຄອຍ ຄືສະກຸນເງີນ ດີຈີຕ່ອນ ໂອເພັນຊອດ ເປັນສະກຸ່ນເງີນອອນລາຍທີ່ສາມາດໃຊ້ຈ່າຍແລະຊື້ເຄື່ອງຂອງພາຍໃນແລະຕ່າງປະເທດໄດ້ 2.    ບິດຄອຍ ສາມາດຊື້ຂາຍແລກປ່ຽນເປັນສະກຸ່ນເງີນໃດກໍ່ໄດ້ ສາມາດໂອນຫາກັນໄດ້ ມິຄວາມໄວ້ສູງ ແລະຄວາມທັນສະໄຫມອັນດັບ1ຂອງໂລກໃນຕອນນີ້ 3.    ບິດຄອຍ ບໍ່ມີກົດຫມາຍຫລືອົງການໃດບັງຄັບ ເຊີ່ງທຸກຄົນສາມາດຊື້ຂາຍກັນໄດ້ ຢ່າງອິດສະຫລະ 4.    ບິດຄອຍ ຈະບໍ່ມີບໍລິສັດຫລືທຸລະກິດໃດຫນື່ງເປັນເຈົ້າຂອງຄຸມຄືຫຸ້ນ 5.    ບິດຄອຍ ມັນຂື່ນຢູ່ກັບຕະຫລາດແລກປ່ຽນເຊີ່ງທຸກຄົນສາມາດຊື້ຂາຍກັນໄດ້ ເດັກນ້ອຍ ກໍ່ເທດໄດ້ ແລະສາມາດຊື່ຂາຍໄດ້ຕະຫລອດ 24 ຊົ່ວໂມງບໍ່ຈຳກັດສະຖານທີ່ແລະເວລາຊື້ 6.    ບິດຄອຍ ສ້າງມາຈາກ ບັອກເຊນ ຄືເທັກໂນໂລຍີທີ່ທັນສະໄຫມ ດ້ວຍການກຳນົດໄວ້ພຽງ 21 ລ້ານ ບິດຄອຍ ມັນຈະດຳເນີນງານໂດຍ ຄອມພີວເຕີ ໃຊ້ຈ່າຍຜ່ານທາງລະບົບອອນລາຍອີເລັກໂນນິກ 7.    ບິດຄອຍ ປຽບເຫມືອນເງີນແລະທອງຄຳ ຫລື ເງີນກາງຂອງໂລກ ທີ່ເປັນອິດສະຫລະ ມີຄວາມເປັນສ່ວນໂຕສູງ ບໍ່ມີໂຕກາງຢ່າງທະນາຄານຫລືລັດທະບານຂອງປະ...

ຄວາມຮູ້ການເທດ ຖ້າບໍ່ເຂົ້າອ່ານຖຶວ່າພາດ ຄວາມຮູ້ແລະເຂົ້າໄຈການສ້າງເມັດເງີນອັນມະຫາສານໃນອານາຄົດ

ການ "ເທດ" ສະກຸນເງີນອອນລາຍກຳໄລແນວໃດ ? ມັນບໍ່ໄດ້ຍາກຢ່າງທີ່ຫລາຍໆທ່ານຄິດ ຕົວຢ່າງ ສະກຸນເງີນ " Gxx" ລາຄາໃນເດືອນ 10 ວັນທີ່ 2 ປີ 2017 ທີ່ລາຄາ 0.021$ ຫລື 0.00000326 ຊາໂຕຊິ ບິດຄອຍ ມາຮອດວັນທີ່ 20 ເດືອນ 3 ປີ 2018 ມັນຂື່ນມາທີ່ 14-16$ ແລ້ວເຮົາມີກຳໄລແນວໃດ ? ຄຮີກອ່ານໄດ້ເລີຍ : ພວກເຮົາເທດຫລືຄວາມຫມາຍຫນື່ງຄືການຊື້ຂາຍເງີນເປັນເງີນແລະໄດ້ເງີນຈະບໍ່ແມ່ນສີ່ງຂອງຫລືແບນຫຍັງທັງສີ້ນ ແລ້ວເຮົາຈະມີກຳໄລໄດ້ແນວໃດ ເທົ່າທີ່ຮູ້ກັນດີກົດການເທດຄື ລົງທືນຊື້ = ຖືໄວ້ = ລາຄາຂື່ນ = ຂາຍອອກ = ກຳໄລ  ການທີ່ເຮົາຈະເຂົ້າມາຊື້ສະກຸນເງີນອອນລາຍໃດຫນື່ງ ຢ່າງແລກຄືເຮົາຕ້ອງສືກສາໃຫ້ລະອຽດກອ່ນລົງມືເຮັດ ເພາະສະກຸນເງີນທຸກສະກຸນບົນໂລກນີ້ບໍ່ວ່າຈະເປັນ ກີບ ບາດ ໂດລາ ກໍ່ຕາມມັນຈະມີຂື່ນລົງແຕ່ລະມື້ບໍ່ຄືກັນເບີ່ງຕາມອັດຕາແລກປ່ຽນ ໂດຍສະເພາະແມ່ນສະກຸນເງີນອອນລາຍ ບິດຄອຍ ເທົ່າທີ່ເຮົາຮູ້ກັນດີແລ້ວວ່າ ບິດຄອຍ ກຳເນິດຂື່ນມາໃນປີ 2009 ດ້ວຍລາຄາ 0.01$ ຫລືປະມານ 85 ກີບ ລາວ ແຕ່ມາມື້ນີ້ລາຄາຂອງມັນຢູ່ທີ່ 3200$ ຕໍ່ 1 ບິດຄອຍ ແລະ 20,000$ ຕໍ່ 1 ບິດຄອຍ ໃນປີ 2017 ທີ່ຜ່ານມາ   ກຳໄລທີ່ເຮົາລົງທືນມາຈາກໃສ ? ນັ້ນກໍ່ແມ່ນມາຈາກການ  ລົງທືນຊື້ = ຖືໄວ້ = ລາຄາ...

ຫລາຍຄົນຍັງບໍ່ຮູ້ເງີນດີຈີຕ້ອນອອນລາຍແມ່ນຫຍັງ ? ແລະໃຊ້ງານແບບໃດ? ມາອ່ານບົດຄວາມນີ້ແລ້ວຈະເຂົ້າໄຈຫລາຍຂື່ນ

ຫລາຍຄົນຍັງບໍ່ຮູ້ເງີນດີຈີຕ້ອນອອນລາຍແມ່ນຫຍັງ ມັນກໍບໍ່ແມ່ນເລື່ອງແປກດອກທີ່ຄົນທົ່ວໄປບໍ່ເຂົ້າໄຈມັນ ກອ່ນຈະມາທຳຄວາມເຂົ້າໄຈ ລອງຍ້ອນເວລາໄປ  60 ປິ ກອ່ນການປົດປອ່ຍ ຄຳວ່າ  “ ທະນາຄານ ”  ແມ່ນຫຍັງ ?  ເຮັດວຽກແບບໃດ ?  ຖາມຄົນໃນປະເທດ ຄິດວ່າ  99%  ຂອງຄົນທີ່ຍັງບໍ່ຮູ້ ແລ້ວຖາມຄົນທຸກມື້ນນີ້ ວ່າ :   “ ທະນາຄານ ”  ແມ່ນຫຍັງ ?  ເຮັດວຽກກ່ຽວກັບຫຍັງ ?  ຄິດວ່າ  1%  ທີ່ຍັງບໍ່ຮູ້ ແລ້ວມາຖາມຄົນທຸກມື້ນີ້ວ່າ :   “ ສະກຸນເງີນດິຈີຕອນຫລືເງີນອອນລາຍ ”  ແມ່ນຫຍັງ ?  ຄິດວ່າ  90%  ທີ່ບໍ່ຮູ້ ແລະ ເຈົ້າຖ້າໄປຖາມຄົນໃນອີກ  60 ປີ ຂ້າງຫນ້າຄິດວ່າ  “ ສະກຸນເງີນດິຈີຕອນຫລືເງີນອອນລາຍ ”  ແມ່ນຫຍັງ ?  ຄິດວ່າ  0.1%  ທີ່ຈະບໍ່ຮູ້ແລະເຂົ້າໄຈເງີນດີຈີຕ້ອນອອນລາຍແມ່ນຫຍັງ ?   ເງີນທົ່ວໄປແລະເງີນດີຈີຕ້ອນ ບິດຄອຍ ມັນມີຄວາມສ່ຽງບໍ່ ? ແນ່ນອນ ບິດຄອຍ ມັນມີຄວາມສ່ຽງ ຢ່າງລືມວ່າທຸກສີ່ງຢ່າງທີ່ກ່ຽວຂ້ອງກັບການເງີນການລົງທືນແລ້ວລ້ວນແຕ່ມີຄວາມສ່ຽງ ແຕ່ຄວາມສ່ຽງນັ້ນຈະຫນ້ອຍຫລືຫລາຍແມ່ນຂື່ນຢູ່ກັບຄ່າຂອງວຽກງານນັ້ນໆ ເຊັ່ນວ່າ ເຈົ້າໄປເຮັດວຽກຫາ ເງີນ ກໍ່ຄືການລົງທືນເຫື...

ເງີນມັນບໍ່ເຂົ້າໃຜອອກໃຜງ່າຍໆ ຢາກໄດ້ເງີນ ຈົ່ງຕັດສີນໄຈເຮັດບາງສີ່ງທີ່ດີກວ່າເງີນ ແລ້ວຈະໄດ້ເງີນ. ມື້ນີ້ແອັດໄດ້ນຳຄວາມຮູ້ຈາກປະສົບການເທຮດບາງສ່ວນທີ່ຜ່ານມາ ມາໃຫ້ທ່ານໄດ້ສືກສາກັນອາດຈະໃຫ້ຂໍ້ມູນບໍ່ຫລາຍກໍ່ຫນ້ອຍ

( ຄົນຈົນຫລີ້ນຫວຍ ຄົນລວຍຫລີ້ຫຸ້ນ ) ສະບາຍດີ!!! ດັ່ງທີ່ພວກເຮົາຮູ້ກັນດີແລ້ວວ່າ ການເທຮດຫຸ້ນ ຫລື ສະກຸ່ນເງີນເງີນດີຈີຕ໋ອນນັ້ນ ມັນເປັນທາງດຽວທີ່ເຮົາຈະເຮັດໄດ້ຈາກຍຸກຂອງຄຮີບໂຕນີ້ ການຫາເງີນຈາກມັນກໍ່ມີຢູ່ຫລາຍທາງເຊັ່ນ: ການຂຸດ, ການເທຮດ, ການສ້າງເວັບເທຮດ ແລະ ການສ້າງຫລຽນອອກມາຂາຍ ຖ້າຢາກເຮັດສີ່ງເຫລົ່ານີ້ເຮົາຕອ້ງເກັ່ງດ້ານຄອມພີວເຕີ ໃນກາຂຽນໂປແກມຕ່າງໆ ແລະ ທີ່ສຳຄັນຕ້ອງມີທືນມະຫາສານ ເພາະມັນຕ້ອງໄດ້ໃຊ້ທືນຫລາຍໃນການຊື້ອຸປະກອນຄອມພີວເຕີ ກາດຈໍ, ໄຟຟ້າ ແລະ ຍັງຈ້າງຄົນເກັ່ງໆມາເບີ່ງແຍງອີກ. ມອງຫາຊອ່ງທາງດໜວເທົ່ານັ້ນທີ່ເຮົາພໍຈະເຮັດໄດ້ ນັ້ນຄື: "ການເທຮດ" ການເທຮດເທົ່ານັ້ນທີ່ເຮົາພໍເຮັດນຳເຂົາໄດ້. ການເທຮດ ກໍ່ແມ່ນເຮົາເຂົ້າໄປລົງສະມັກເຂົ້າໃຊ້/ລົງທະບຽນກັບ ເວັບເທຮດ ຂອງເຂົາເຈົ້າແລ້ວເຮົາກໍ່ນຳ ບິດຄອຍ ຂອງເຮົາໂອນເຂ້າໄປ ຊື້ຂາຍໄດ້ເລີຍ. ເທຮດ ໃຜກໍ່ສາມາດເທຮດໄດ້ ເພາະມັນບໍ່ໄດ້ຈຳກັດເງີນທືນ ບໍ່ຈຳເປັນຕ້ອງມີທືນມະຫາສານກໍ່ສາມາດເທຮດໄດ້. ເຊີ່ງການເທຮດກໍ່ຕ້ອງຮັບມືກັບຄວາມສ່ຽງຫລາຍ ເພາະສະກຸນເງີນດີຈີຕ້ອນມີຄວາມຜັນຝວນຫລາຍພໍສົມຄວນ ຖ້າຮູ້ວີທີເທຮດ ກໍ່ສາມາດເຮັດໃຫ້ເຮົດລວຍໄດ້ໃນໄລຍະສັ້ນໆ ແລະ ກໍ່ຫມົດໂຕໄດ້ຄືກັນ ມັນມີຄວາມສ່ຽງສູງ ເຊີ່ງຄວາມສ່ຽງນັ້ນກໍ...

Register Livecoin.net for buy&sell bittcoin - ລົງທະບຽນເວັບຊື້ຂາຍ Livecoin

ລົງທະບຽນເວັບຊື້ຂາຍ ສະກຸນເງີນດີຈີຕ່ອນ Livecoin ເພື່ອໄວ້ຊື້ຂາຍສະກຸນເງີນ Bitcoin  ລີ່ງສະມັກສາມາດຄຮີດທີ່ນີ່ໄດ້ເລີຍ ເວັບ Livecoin: https://livecoin.net/?from=Livecoin-dcUzX9J2 ເບີງວີດີໂອ ດ້ານລຸ້ມ: ເບີ່ງທິ່ຢູ່ທູບ: https://www.youtube.com/watch?v=YQkEFe2GZDk ລາຄາ ບິດມື້ນີ້ 28/12/2018  Bitcoin  (BTC) $3,672.55   USD   ( -3.28 %)  1.00000000  BTC  ( 0.00 %)  XRP  (XRP) $0.344293   USD   ( -6.03 %)  0.00009377  BTC  ( -2.92 %)  Ethereum  (ETH) $117.80   USD   ( -6.37 %)  0.03208296  BTC  ( -3.26 %)  Bitcoin Cash  (BCH) $148.19   USD   ( -11.08 %)  0.04035410  BTC  ( -8.14 %)

ผู้คนสามารถชำระเงินด้วยคริปโตได้กับธุรกิจกว่า 150 แห่งในแถบยุโรป และเกาหลีใต้แล้ว

ถึงแม้ตอนนี้ คริปโตจะถูกใช้เป็นเครื่องมือในการลงทุนโดยส่วนมาก แต่ก็อย่าลืมความจริงที่ว่า มันถูกออกแบบมาเพื่อแทนที่กาารทำธุรกรรมออนไลน์แบบเก่า ๆ ไป ซึ่งยิ่งมีคนยอมรับมันเป็นช่องทางในการชำระเงินมาก ก็จะทำให้ความน่าเชื่อถือของ Bitcoin มากขึ้นไปอีก และอาจส่งผลกับราคามันได้ ล่าสุด ตามธุรกิจต่าง ๆ ที่ยุโรปเริ่มยอมรับคริปโตมากขึ้นเรื่อย ๆ ผ่านบริษัทการชำระเงินหน้าใหม่ อ้างอิงจาก  Ethereumworldnews  บริษัทดังกล่าวคือ Cyclebit เป็นสตาร์ทอัพหน้าใหม่ที่โฟกัสยังการให้ผู้คนสามารถชำระเงินด้วย Cryptocurrency ได้ง่ายยิ่งขึ้น ซึ่งพวกเขามีแนวทางที่อาจจะสามารถทำให้คริปโตถูกยอมรับโดยคนส่วนใหญ่ได้ ไอเดียธุรกิจของพวกเขาคือ เข้าไปจัดการปัญหาต่าง ๆ ที่ธุรกิจส่วนใหญ่กำลังเผชิญเมื่อต้องการรับคริปโตเป็นช่องทางในการชำระเงิน ทำให้มันง่าย และสะดวกมากขึ้น ในขณะนี้ Cyclebit ได้มีธุรกิจจากประเทศเกาหลีใต้ และยุโรปใช้บริการของพวกเขากว่า 150 รายแล้ว ก่อนหน้านี้ Cyclebit ได้เข้าซื้อ Ibox แพลตฟอร์มการชำระเงินยักษ์ใหญ่ที่มีรายได้กว่า 1 พันล้านดอลลาร์ต่อปี เพื่อที่จะนำระบบ Point-of-Sale ของพวกเขา มาใช้ในก...