ข้ามไปที่เนื้อหาหลัก

ປະຫວັດສາດ Bitcoin ຕອນທີ່ 1 ການເງິນກ່ອນຍຸກສະໄໝດິຈິຕອນ

ການເງິນກ່ອນຍຸກສະໃຫມດິຈິຕອນ
ຍ້ອນກັບໄປກ່ອນທີ່ມະນຸດຈະເລີ່ມມີລັດຖະບານ ກ່ອນທີ່ມະນຸດຈະເລີ່ມມີປະເທດ ກ່ອນທີ່ມະນຸດຈະເລີ່ມມີສະກຸນເງິນ ລະບົບແລກປ່ຽນດຽວທີ່ມະນຸດຮູ້ຈັກໃນຂະນະນີ້ກໍ່ຄືລະບົບຂອງແລກຂອງ(Barter System) ຍົກຕົວຢ່າງເຊັ່ນ ທ້າວA ຢາກໄດ້ອຸປະກອນປູກຝັ່ງ ທ້າວB ຢາກໄດ້ຢາຮັກສາພະຍາດ ແລະຖ້າທັງສອງຕ່າງກໍ່ມີສິ່ງທີ່ຕ່າງຝ່າຍຕ້ອງການ ການແລກປ່ຽນມູນຄ່າສິ່ງຂອງກໍ່ຈະເກີດຂື້ນ ແລະຕ່າງຝ່າຍກໍ່ຈະໄດ້ສິ່ງຂອງທີ່ຕ້ອງການ
ແລະຖ້າ ທ້າວA ມີອາຫານ ແລະຕ້ອງການທີ່ຈະແລກປ່ຽນກັບອຸປະກອນປູກຝັ່ງ ໃນຂະນະທີ່ ທ້າວB ມີອຸປະ ກອນປູກຝັ່ງແຕ່ບໍ່ໄດ້ຕ້ອງການອາຫານເລີຍແມ້ແຕ່ນ້ອຍ ທ້າວB ຕ້ອງການພຽງຍາຮັກສາພະຍາດເທົ່ານັ້ນຕ່າງຝ່າຍກໍ່ຈະບໍ່ສາມາດແລກປ່ຽນກັນໄດ້ເພາະບໍ່ໄດ້ມີສິ່ງຕ່າງຝ່າຍຕ່າງຕ້ອງການ ແຕ່ໃນກໍລະນີນີ້ຫາກມີບຸກຄົນທີ່ສາມ ເຊັ່ນ ທ້າວC ທີ່ມີຢາຮັກສາພະຍາດແລະຕ້ອງການແລກກັບອາຫານ ການແລກປ່ຽນກໍ່ຈະສົມບູນໂດຍທັງສາມກໍ່ສາມາດແລກປ່ຽນສິ່ງຂອງທີ່ແຕ່ລະຄົນຕ້ອງການໄດ້.
ຈະເຫັນໄດ້ຢ່າງຊັດເຈນວ່າ ບັນຫາຂອງລະບົບ Barter System ນັ້ນຄື ຄວາມຫຍຸ້ງຍາກແລະລຳບາກຫາກແຕ່ລະຝ່າຍບໍ່ໄດ້ມີສິ່ງທີ່ອີກຝ່າຍຕ້ອງການດັ່ງນັ້ນ ຕົວກາງໃນການແລກປ່ຽນຈື່ງຈຳເປັນຕ້ອງຖືກສ້າງຂື້ນ ສິ່ງທຳອິດທີ່ມະນຸດນຳມາໃຊ້ເປັນຕົວກາງໃນການແລກປ່ຽນຄື “ເກືອ” ເນື່ອງຈາກໃນອະດີດເກືອເປັນສິ່ງທີ່ຖືກຍອມຮັບໃນດ້ານຂອງມູນຄ່າເພາະເກັບຮັກສາໄວ້ໄດ້ດົນ ແລະເກືອສາມາດນຳໄປເຮັດປະໂຫຍດໄດ້ຫຼາຍຢ່າງ ໃນຍຸກຕໍ່ມາຕົວກາງແລກປ່ຽນກໍ່ໄດ້ປ່ຽນມາເປັນຫີນແຮ່ ເຊັ່ນ ທອງຄຳ ຫຼື ເພັດ ເນື່ອງຈາກຄວາມຫາຍາກ ການຍອມຮັບໃນມູນຄ່າການປອມແປງໄດ້ຍາກ ແລະສະພາບທີ່ຄົງທົນ ສຸດທ້າຍຫີນແຮ່ເຫຼົ່ານັ້ນກໍ່ຖືກນຳໄປເປັນສ່ວນປະກອບໃນການສ້າງຮູບແບບຂອງເງິນທີ່ມີມາດຕະຖານ ແລະເປັນທີ່ຍອມຮັບຫຼາຍຂື້ນ ນັ້ນກໍ່ຄື “ຫຼຽນກະສາບ” ຄືທີ່ເຮົາໃຊ້ກັນຢູ່ທຸກມື້ນີ


ແນ່ນອນວ່າການເຄື່ອນຍ້າຍເງິນທີ່ເປັນເແຮ່ໂລຫະຈຳນວນຫຼາຍນັ້ນບໍ່ໄດ້ສະດວກສະບາຍສະເໝີໄປດ້ວຍເຫດຜົນນີ້ຈຶ່ງໄດ້ມີການຄິດຄົ້ນລະບົບທະນາຄານຫຼືສະຖາບັນທາງການເງິນຂື້ນມາ ໂດຍທະນາຄານຈະເຮັດການມອບບັດທັນນະບັດໃຫ້ກັບຜູ້ທີ່ນຳທອງຫຼືເງິນໃນຮູບແບບອື່ນໆ ມາຝາກຊື່ງບັດທັນນະບັດທີ່ຢູ່ໃນຮູບແບບຂອງເຈ້ຍເຫຼົ່ນີ້ຈະເປັນຕົວແທນຂອງມູນຄ່າ ແລະຈະຖືກຄ້ຳປະກັນໂດຍທະນະຄານນັ້ນໆ ເຮັດໃຫ້ການແລກປ່ຽນສິ່ງຂອງ ແລະການກຳນົດມູນຄ່າຂອງສິ່ງຂອງຕ່າງໆ ສາມາດເຮັດໄດ້ສະດວກຍິ່ງຂື້ນເມື່ອບໍ່ຈຳເປັນຕ້ອງຖືກຫຼຽນທອງຈຳນວນຫຼາຍ ແຕ່ໃນທາງກັບກັນບັນຫາທີ່ຕາມມາກໍ່ຄືການສໍ້ໂກງ ແລະການປອມແປງບັດເງິນທັນນະບັດ ສາມາດເຮັດໄດ້ງ່າຍກວ່າການປອມແປງຫຼຽນ ຫຼືໂລຫະປະເພດອື່ນໆ

ຕໍ່ມາໃນຊ່ວງການປົກຄອງຂອງລາດຊະວົງຖັງ ປະເທດຈີນກໍ່ໄດ້ຄິດຄົ້ນນະວັດຕະກຳທາງການເງິນແບບໃໝ່ໂດຍການນຳເຈ້ຍມາໃຊ້ແທນຫຼຽນກະສາບທົ່ວໄປເພື່ອເປັນຕົວກາງໃນການແລກປ່ຽນ ແນວຄິດນີ້ຕ່າງກັນກັບບັດທັນນະບັດບ່ອນທີ່ ບັດທັນນະບັດນັ້ນເປັນຄືກັບຕົວແທນມູນຄ່າຊັບສິນທີ່ເຮົານຳໄປຝາກທະນາຄານໄວ້ ແຕ່ເງິນເຈ້ຍ (ຈາກນີ້ຈະເອີ້ນວ່າ “ທັນນະບັດ”) ສາມາດເຮັດຕົວເປັນເງິນໄດ້ເອງ ສາມາໃຊ້ຊຳລະໜີ້ ແລະ ແລກປ່ຽນໄດ້ ແລະຍັງສາມາດແບ່ງເປັນໜ່ວຍຍ່ອຍໆ ທີ່ສະດວກຕໍ່ການໃຊ້ງານຫຼາຍກວ່າບັດບັດທັນນະບັດອີກດ້ວຍ.
ເລີ້ມທຳອິດແນວຄິດນີ້ຖືກໃຊ້ໃນບາງພື້ນທີ່ຂອງປະເທດຈີນເທົ່ານັ້ນ ໂດຍເງິນທັນນະບັດຈະມີການຄ້ຳປະກັນໂດຍອຳນາດລັດທີ່ປົກຄອງພື້ນທີ່ນັ້ນໆ ຊື່ງໃນຊ່ວງທຳອິດມີຜູ້ຄົນຕໍ່ຕ້ານແນວຄິດການໃຊ້ທັນນະບັດນີ້ເນື່ອງຈາກເຫັນວ່າເຈ້ຍບໍ່ໄດ້ມີມູນຄ່າເທົ່າກັບຫຼຽນທີ່ເຄີຍໃຊ້ກັນ ແຕ່ເມື່ອຜູ້ຄົນເລີ້ມເຫັນເຖິງຄວາມສະດວກສະບາຍຂອງການໃຊ້ເງິນທັນນະບັດແລ້ວ ຜູ້ຄົນທົ່ວທັງປະເທດຈີນຈື່ງເລີ້ມຍອມຮັບຫຼາຍຂື້ນ ຈົນກວ່າວ່າສາມາດສ້າງທັນນະບັດຂອງສະກຸນເງິນຈີນທີ່ລັດຖະບານຍອມຮັບໃຫ້ໃຊ້ຊຳລະໜີ້ໄດ້ໃນແຜ່ນດິນຈີນ ແລະແນວຄິດເງິນທັນນະບັດນີ້ກໍ່ໄດ້ແຜ່ກະຈາຍໄປຕາມຢູໂຣບ ແລະທົ່ວໂລກໃນເວລາຕໍ່ມາ
ການມີຂື້ນຂອງທັນນະບັດເຮັດໃຫ້ຄວາມຄ້ອງຕົວທາງເສດຖະກິດສູງຂື້ນ ເພາະຈາກການຄ້າທີ່ຕ້ອງໃຊ້ທອງໜັກ 1 ຕັນ ໃນການແລກປ່ຽນ ກາຍເປັນໃຊ້ເຈ້ຍມີນໍ້າໜັກພຽງບໍ່ເທົ່າໃດກຣາມ ແຕ່ມີມູນຄ່າທຽບເທົ່າກັນ ເຮັດໃຫ້ ການຄ້າສາມາດເກີດຂື້ນໄດ້ຢ່າງວ່ອງໄວ ແລະສະດວກສະບາຍຍິ່ງຂື້ນຢ່າງໃດກໍ່ຕາມ ການໃຊ້ທັນນະບັດກໍ່ສົ່ງຜົນໃຫ້ແຕ່ລະປະເທດຕ້ອງພະຍາຍາມເປັນຢ່າງຫຼາຍທີ່ຈະສ້າງກົນໄກໃນການປ້ອງກັນການປອມແປງຫຼືການສ້າງທັນນະບັດປອມຂື້ນມາໃຊ້ງານ ນອກຈາກນີ້ແຕ່ລະປະເທດກໍ່ຈະຍອມຮັບພຽງສະກຸນເງິນຂອງປະເທດຕົນເອງ ຫຼືສະກຸນເງິນຂອງປະເທດອື່ນບາງປະເທດເທົ່ານັ້ນ ແລະດ້ວຍຄວາມແຕກຕ່າງຂອງທັນນະບັດ ກັບບັດທັນນະບັດຂອງທະນາຄານທີ່ທັນນະບັດນັ້ນຈະບໍ່ມີການນຳສິນຊັບທີ່ມີມູນຄ່າໄປຄ້ຳປະກັນ ເຮັດໃຫ້ເງິນໃນຮູບແບບຂອງທັນນະບັດສາມາດຖືກຜະລິດອອກມາໄດ້ເລື່ອຍໆ ໂດຍລັດຖະບານຂອງແຕ່ລະປະເທດ ຊື່ງຖ້າມີການກະທຳເຊັ່ນນີ້ເກີດຂື້ນ ຈະສົ່ງຜົນເສຍຫາຍຕໍ່ສະພາບເສດຖະກິດຢ່າງແນ່ນອນ ຫຼາຍປະເທດຈຶ່ງຕ້ອງເລີ້ມໃຊ້ງານລະບົບມາດຕະຖານທອງຄຳ (Gold Standard) ໃນການຄ້ຳປະກັນມູນຄ່າຂງເງິນປະເທດນັ້ນໆ ຕາມລາຄາທອງຄຳທີ່ປະເທດຕົນຕັ້ງລາຄາຊື້ຂາຍເອົາໄວ້ ສິ່ງນີ້ເຮັດໃຫ້ການຜະລິດເງິນຈະຖືກຈຳກັດໃຫ້ເງິນມີມູນຄ່າໄລ່ເລ່ຍກັບທອງຄຳທີ່ປະເທດນັ້ນໆ ມີສຳຮອງໄວ້
** ຂ່າວວິກິດການເສດຖະກິດຕົ້ມຍຳກຸ້ງໃນປີ ພ.ສ. 2540 **
ໃນຊ່ວງປີ ຄ.ສ.1930 ໄດ້ເກີດພາວະເສດຖະກິດຕົກຕ່ຳຄັ້ງໃຫຍ່(Great Depression) ສົ່ງຜົນກະທົບທົ່ວໂລກ ກັບອຸດສາຫະກຳ ພາສີ ລາຍໄດ້ສ່ວນບຸກຄົນ ອັດຕາການວ່າງງານ ຕະຫຼາດຫຸ້ນ ແລະ ອື່ນໆ ອີກຫຼວງຫາຍເກືອບທຸກອົງປະກອບຂອງເສດຖະກິດຕົກຕ່ຳລົງຈາກເຫດການນີ້ ຜູ້ຄົນເລີ່ມວິພາກວິຈານວ່າລະບົບ Gold Standard ເຮັດໃຫ້ເສດຖະກິດຝຶດເຄື້ອງ ເມື່ອບໍ່ມີປະລິມານເງິນໃນປະເທດພຽງພໍ ແມ້ກະທັງຄົນທຸກຈົນບາງຄົນຍັງບໍ່ມີແມ້ແຕ່ເງິນຈັກຫຼຽນ ເຮັດໃຫ້ສາຫະຣາດສະອານາຈັກຍົກເລິກ Gold Standard ແລະປ່ອຍໃຫ້ເງິນປອນລອຍຕົວໃນຕະຫຼາດແລກປ່ຽນເປັນປະເທດທຳອິດໃນປີ ຄ.ສ.1931 ສ່ວນປະເທດອື່ນໆ ເຊັ່ນ ຍີ່ປຸ່ນປະເທດແຖບສະແກນດິເນເວຍ ແລະ ສາຫະລັດອາເມລິກາ ຍົກເລິກຕາມມາໃນພາຍຫຼັງ ໂດຍສະເພາະສາຫະລັດອາເມລິການັ້ນ ໃນຍຸກສົງຄາມຫວຽດນາມສາຫະລັດອາເມລິກາ ຂາດດຸນການຄ້າຫຼາຍຂື້ນເລື່ອຍໆ ເສດຖະກິດສາຫະລັດອາເມລິກາຂະຫຍາຍຕົວຫຼຸດລົງ ເຮັດໃຫ້ສະກຸເງິນດອນລຼາສາຫະລັດອາເມລິກາອ່ອນຄ່າ ຫຼາຍປະເທກທີ່ຖືກເງິນສະກຸນດອນລຼາສາຫະລັດ ເກີດຄວາມສົງໃສວ່າ ສາຫະລັດອາເມລິການ ພິມທັນນະບັດອອກມາໃຊ້ຫຼາຍກວ່າທອງຄຳທີ່ເປັນທຶນສຳຮອງຢູ່ຫຼືບໍ່ ຈຶ່ງນຳເງິນດອນລຼາສາຫະລັດ ໄປແລກທງຄຳກັບມາ ແລະ ແນ່ນອນວ່າສາຫະລັດບໍ່ສາມາດຫາທອງຄຳໃຫ້ແລກຄືນໄດ້ພໍ ທ່ານ ຣິຊາຣ໌ດ ນິກສັນ ປະທານາທິບໍດີສາຫະລັດ ໃນຂະນະນັ້ນໄດ້ປະກາດຍຸດຕິ Gold Standard ແລະໃຫ້ຄ່າເງິນດອນລຼາສາຫະລັດ ຂື້ນຢູ່ກັບເສດຖະກິດຂອງຄວາມເຊື່ອແຕ່ລະປະເທດ ຈົນສົ່ງຜົນໃຫ້ທົ່ວໂລກຄ່ອຍໆ ປັບຕົວມາໃຊ້ລະບົບເງິນທີ່ເຮົາໃຊ້ກັນໃນປັດຈຸບັນ ນັ້ນກໍ່ຄືລະບົບເງິນຕາເຟຍຕ໌ (Fiat Currency) ທີ່ເຮັດໃຫ້ການຜະລິດນັ້ນຂື້ນຢູ່ກັບນະໂຍບາຍຂອງແຕ່ລະປະເທດ ເຊັ່ນ ບາງປະເທດໃຊ້ທອງຄຳຫຼືຊັບສິນບາງສ່ວນມາຄ້ຳປະກັນມູນຄ່າຂອງເງິນເພື່ອບໍ່ໃຫ້ເງິນລອຍຕົວເກີນໄປ ຊື່ງລະບົບດັ່ງກ່າວເຮັດໃຫ້ການຜະລິດເງິນຂອງແຕ່ລະປະເທດມີອິດສະຫຼະຫຼາຍຂື້ນ ສາມາດຊ່ອຍຫຼຸດຄວາມຝຶດເຄື້ອງຂອງເສດຖະກິດໃນປະເທດ ແຕ່ໃນທາງກັບກັນມັນຄືດາບສອງຄົມ ເພາະມັນເຮັດໃຫ້ລັດຖະບານສາມາດຜະລິດເງິນອອກມາໄດ້ຕາມສະບາຍໃຈ ຈົນເກີດພາວະເງິນເຟີ ແລະຍິ່ງສ້າງບັນຫາໃຫ້ກັບເສດຖະກິດໄດ້

ອີກໜື່ງເຫດການທີ່ຕອກຍ້ຳຄວາມຜັນຜວນຂອງມູນຄ່າຂອງເງິນ ນັ້ນກໍ່ຄື ວິກິດການການເງິນໃນເອເຊຍເມື່ອ ພ.ສ.2540 (ຄ.ສ 1997) ຫຼືທີ່ຄົນໄທ ແລະ ເອເຊຍ ຮູ້ຈັກກັນໃນຊື່ວ່າ “ວິກິດຕົ້ມຍຳກຸ້ງ” ເມື່ອປະເທດໄທບໍ່ຍອມປ່ອຍໃຫ້ຄ່າເງິນບາດລອຍຕົວແລະເຮັດການບັງຄັບໃຫ້ເງິນບາດມີມູນຄ່າແບບຕາຍຕົວໂດຍອິງຈາກເງິນດອນລຼາສາຫະລັດ ການໂຈມຕີສະກຸນເງິນຈື່ງເກີດຂື້ນຈົນເຖິງຈຸດທີ່ປະເທດໄທບໍ່ມີເງິນຕ່າງປະເທດສຳຮອງໃນການບັງຄັບມູນຄ່າເງິນບາດໃຫ້ຢູ່ໃນສະພາບຕາຍຕົວໄດ້ອີກຕໍ່ໄປ ລັດຖະບານໄທຈື່ງຈຳເປັນທີ່ຈະຕ້ອງປ່ອຍເງິນບາດລອຍຕົວ ຊື່ງເປັນການລອຍຕົວທີ່ສູງແລະສົ່ງຜົນຕໍ່ເສດຖະກິດທັງຂອງປະເທດໄທ ແລະ ປະເທດເພື່ອນບ້ານໃນເອເຊຍຢ່າງໜັກໜ່ວງ ເມື່ອເງິນທີ່ທຸກຄົນຖືໃນມືມີມູນຄ່າຫຼຸດລົງເຫຼືອເຄິ່ງໜຶ່ງໃນຊົ່ວຂ້າມຄືນ ໂດນສະເພາະກຸ່ມຜູ້ເຮັດທຸລະກິດນຳເຂົ້າສິນຄ້າ ທີ່ຕ້ອງຈ່າຍເງິນຊື້ສິນຄ້າເປັນເງິນຕາຕ່າງປະເທດ ທີ່ຈະຕ້ອງແບກຮັບຕົ້ນທຶນເພິ່ມຢ່າງມະຫາສານເຮັດໃຫ້ຜູ້ຄົນຈຳນວນຫຼວງຫຼາຍຕ້ອງໝົດຕົວຈາກວິກິດດັ່ງກ່າວ.
ເຫດການເຫຼົ່ານີ້ສະແດງໃຫ້ເຫັນວ່າມະນຸດສະຍາຊາດມາໄກສຳໃດຈາກການໃຊ້ສິ່ງຂອງໃນການແລກປ່ຽນເຊິ່ງກັນແລະກັນ ຈາກການໃຊ້ເກືອໃນການແລກປ່ຽນ ເປັນການຄົ້ນພົບແຮ່ທາດໂລຫະອິນມີຄ່າເຮັດໃຫ້ມະນຸດປ່ຽນມາໃຊ້ທອງຄຳ ຈາກທອງຄຳຈຶ່ງກາຍມາເປັນຮູບແບບຂອງທັນນະບັດທີ່ບໍ່ມີມູນຄ່າທີ່ແທ້ຈິງໃນຕົວຂອງມັນເອງ ແຕ່ເງິນເຫຼົ່ານີ້ມີມູນຄ່າໄດ້ ເພາະມີລັດຖະບານຂອງປະເທດຕ່າງໆ ເປັນຜູ້ຄ້ຳປະກັນ ແລະຄວບຄຸມດູແລໃຫ້ມັນມີມູນຄ່າທີ່ເໝາະສົມແລະສອດຄ້ອງກັບສະພາວະເສດຖະກິດ ແຕ່ຖ້າມື້ໃດເກີດວິກິດການທີ່ລັດຖະບານຂອງປະເທດນັ້ນບໍ່ສາມາດຄວບຄຸມໄດ້ ມູນຄ່າຂອງເງິນກໍ່ຈະຜັນປ່ຽນໄປຕາມປັດໃຈຕ່າງໆ.
ຊື່ງຄວາມຈິງແລ້ວ ຕົວກາງເຫຼົ່ານີ້ບໍ່ວ່າຈະເປັນເງິນຫຼຽນກະສາບຫຼືທັນນະບັດກໍ່ຕາມ ສິ່ງໜຶ່ງທີ່ຫຼາຍຄົນເຂົ້າໃຈຜິດກັນ ນັ້ນກໍ່ຄື ຕົວກາງເຫຼົ່ານີ້ບໍ່ໄດ້ມີມູນຄ່າໃນຕົວຂອງມັນເອງ ເງິນຕາຈະມີມູນຄ່າເທົ່າໃດນັ້ນຂື້ນຢູ່ກັບວ່າມີຄົນຍິນດີຈ່າຍຫຼາຍນ້ອຍສຳໃດໃນການແລກປ່ຽນ ໂດຍອຸປະທານຫຼືປະລິມານເງິນໃນຕະຫຼາດ ຂອງສະກຸນເງິນໜຶ່ງທີ່ຫຼາຍຂື້ນບໍ່ໄດ້ເຮັດໃຫ້ປະເທດນັ້ນລ້ຳລວຍຫຼາຍຂື້ນ ຫາກບໍ່ໄດ້ມີອຸປະສົງຫຼືຄວາມຕ້ອງການທີ່ເພີ່ມຂື້ນ ຜົນທີ່ເກີດຄືລາຄາສິນຄ້າທຸກຊະນິດຈະມີລາຄາຫຼາຍຂີື້ນ
ຢ່າງໃດກໍ່ຕາມ ເຫດຜົນຂອງການສ້າງທັນນະບັດ ຫຼື ຫຼຽນກະສາບທີ່ບໍ່ໄດ້ມີມູນຄ່າໃນຕົວເອງນັ້ນ ກໍ່ເພື່ອໃຫ້ລະບົບແລກປ່ຽນມີປະສິດທິພາບຫຼາຍຂື້ນ ເນື່ອງຈາກໃນທາງເສດຖະສາດ ການທີ່ປະເທດຈະມີຄວາມມັ່ງຄັ່ງຫຼືມີເສດຖະກິດທີ່ດີໄດ້ ບໍ່ໄດ້ວັດຈາກວ່າຄົນໃນປະເທດມີເງິນຫຼາຍເທົ່າໃດ ແຕ່ວັດຈາກການທີ່ເງິນ ຫຼືການໄຫຼ່ວຽນຂອງການຈັບຈ່າຍໃນລະບົບເສດຖະກິດນັ້ນ ມີສະພາບຄ່ອງຕົວຫຼາຍເທົ່າໃດ ຍິ່ງມີການໃຊ້ຈ່າຍຫຼາຍເທົ່າໃດ ແລະມີການໂອນຍ້າຍຂອງເງິນວ່ອງໄວພຽງໃດ ລະບົບເສດຖະກິດກໍ່ຈະເຕີບໂຕໄດ້ໄວຂື້ນ ເພາະທຸກຄັ້ງທີ່ມີການແລກປ່ຽນສິນຄ້າແລະບໍລິການ ມູນຄ່າຂອງສິ່ງຂອງເຫຼົ່ານັ້ນຈະຖືກສົ່ງຕໍ່ລະຫວ່າງຄົນຕໍ່ຄົນ ອົງກອນຕໍ່ອົງກອນ ຫຼື ປະເທດຕໍ່ປະເທດ ແລະທຸກຄັ້ງທີ່ສົ່ງຕໍ່ກໍ່ຈະເກີດມູນຄ່າເພີ້ມຂື້ນຈາກການແລກປ່ຽນ

ແລ້ວຈະເກີດຫຍັງຂື້ນຫາກວ່າ “ເງິີນ” ສາມາດຖືກສົ່ງເຖິງກັນໄດ້ດ້ວຍຄວາມໄວທຽບເທົ່າກັບອິນເຕີເນັດ ຫາກການໂອນຍ້າຍມູນຄ່າຈາກຊີກໂລກໜຶ່ງໄປຍັງອີກຊີກໂລກສາມາດເຮັດໄດ້ດ້ວຍການໃຊ້ເວລາພຽງບໍ່ເທົ່າໃດນາທີ ສິ່ງນີ້ຈະນຳມາຊື່ງສະພາບຄ່ອງທາງເສດຖະກິດທີ່ມະນຸດບໍ່ເຄີຍເຫັນມາກ່ອນ ຊື່ງນີ້ຄືແນວຄິດ ແລະ ຈຸດປະສົງໃນການກຳເນີດຂື້ນຂອງ Cryptocurrency ອັນທີ່ຈິງແລ້ວແນວຄິດກ່ຽວກັບເງິນດິຈິຕອນຫຼື Digital Currency ນີ້ໄດ້ຖືກກຳເນີດຂື້ນແລະມີມາກ່ອນ Bitcoin ເສຍອີກ ພຽງແຕ່ວ່າແນວຄິດເຫຼົ່ານີ້ຍັງບໍ່ປະສົບຄວາມສໍາເລັດຈົນວ່າມາເຖິງຍຸກຂອງ Bitcoin

ความคิดเห็น

โพสต์ยอดนิยมจากบล็อกนี้

ຫລາຍຄົນຖາມວ່າ"ຫຸ້ນ"ແມ່ນຫຍັງ? ບິດຄອຍແມ່ນຫຍັງ? ບິດຄອຍມັນມີຄວາມຄ້າຍຄືຫຸ້ນແນວໃດ ແຕກຕ່າງຈາກຫຸ້ນແບບໃດ? ມື້ນີ້ຈະມາອະທິບາຍຄຳວ່າ "ຫຸ້ນໃຫ້ທຸກຄົນເຂົ້າໄຈກັນກອ່ນວ່າ "ຫຸ້ນ"ແມ່ນຫຍັງ?

ມີຫລາຍທ່ານຖາມມາວ່າ ” ຫຸ້ນ ” ແມ່ນຫຍັງ ? ຢາກຫລີ້ນ ” ຫຸ້ນ ” ຕ້ອງເຮັດແນວໃດ ? ມື້ນີ້ຂ້ອຍຈະມາອະທີບາຍເປັນພື້ນຖານໃນການຫລີ້ນຫຸ້ນແລະຫຸ້ນແມ່ນຫຍັງ ?   “ ຫຸ້ນ ” ກໍ່ຄື ຫລັກຊັບປະເພດຫນື່ງທີ່ສະແດງຄວາມເປັນເຈົ້າຂອງຫລືຕົວແທນຂອງບໍ່ລິສັດນັ້ນໆ. “ ຫຸ້ນ ” ແມ່ນຫຸ້ນສ່ວນທາງດ້ານເສດຖະກິດ , ດ້ານການລົງທືນຜູ້ຮ່ວມລົງທືນເພື່ອໃຫ້ໄດ້ຜົນກຳໄລນຳກັນ. ເວົ້າງ່າຍໆ ທຸກຄົນທີ່ມີຫຸ້ນຂອງບໍ່ລິສັດໃດຫນື່ງກໍ່ຫມາຍຄວາມວ່າຜູ້ນັ້ນກໍ່ເປັນເຈົ້າຂອງທຸລະກິດ, ມີສິດແລະໄດ້ເງີນປັນຜົນກັບບໍ່ລິສັດນັ້ນເຊັ່ນກັນ ແຕ່ຈະມີສິດແລະໄດ້ເງີນປັນຜົນຫນ້ອຍຫລືຫລາຍນັ້ນ ມັນກໍ່ຂື່ນຢູ່ກັບບຸກຄົນນັ້ນຈະມີຫຸ້ນຫນ້ອຍຫລືຫລາຍສຳໃດຢູ່ໃນບໍ້ໍ່ລິສັດນັ້ນ. ຍົກຕົວຢ່າງມາອະທິບາຍໃຫ້ເຂົ້າໄຈຈະແຈ້ງດັ່ງນີ້: ຖ້າເຈົ້າສ້າງຕັ້ງບໍ່ລິສັດຫນື່ງຂື່ນມາເອີ້ນວ່າບໍ່ລິສັດ Trade ເຮັດວຽກກ່ຽວກັບການຂົນສົ່ງ ສາຂາທີ່ 1 ລົງທືນ 100 ລ້ານກີບ ແລະ ບໍ່ລິສັດຂົນສົ່ງ Trade ນັ້ນສາມາດທຳກຳໄລໄດ້ເດືອນລະ 10 ລ້ານກີບ ຫລັງຈາກບໍ່ລິສັດນັ້ນສ້າງຕັ້ງແລະດຳເນີນມາໄດ້ 5 ເດືອນ ເຈົ້າກໍ່ຮູ້ສືກວ່າມັນໂອເຄ ແລະຢາກເປີດສາຂາໃຫມ່ຢູ່ຫລວງພະບາງ ເພື່ອຈະໄດ້ທຳການຄ້າ, ການຂົນສົງໄດ້ໄວແລະສະດວກຂື່ນອີກ ສາຂາ2 ນີ້ຈະຕ້ອງໄດ້ໃຊ້ເງີນລົງທືນເຖີ່ງ 200...
ບໍ່ໄດ້ເທຮດດົນແລ້ວຢູ່ເວັບນີ້ ແຕ່ກໍ່ເຄີຍເທຮດ ຫລື ທຳການຊື້ຂາຍມາຫລາຍກວ່າ 865ລ້ານກີບ ຫລື 100,000$ ສຳລັບຄົນມີເງີນ 100,000$ ບໍ່ຫລາຍດອກ ແຕ່ສຳລັບຂ້ອຍມືໃຫມ່ແດ່ ພ້ອມ ທືນຫນ້ອຍໄດ້ສຳນີ້ກໍຖືກວ່າຫລາຍແລ້ວ ຖ້າທ່ານຮູ້ເທຮດຫລືບໍ່ຮູ້ ມາຮຽນຮູ້ການເທຮດນຳພວກເຮົາໄດ້ ຖ້າທ່ານເທຮດເປັນແລ້ວ ທ່ານອາດທຳເງີນໄດ້ຫລາຍກວ່າຂ້ອຍ 100ເທົ່າ Livecoin.net ດ່ວນສອນເທຮດຄຮີບໂຕ: ໂອກາດຊ່ອງທາງໃຫມ່ໃນການສຶກສາລົງທຶນສ້າງກຳໄລໄດ້ຢ່າງມະຫາສານດ້ວຍວິທີງ່າຍໆ ຜ່ານລະບົບເວັບໄຊຣ໌ ບໍ່ວ່າຈະເປັນນັກ Trading ,Mining ແລະ ຜູ້ຊື້ຖືຄອງຫຼຽນໄວເທຂາຍເກນກຳໄລໃນຊ່ວງທີ່ມູນຄ່າເພີ່ມຂື້ນ ມູນຄ່າໃນຕະຫລາດໂລກຂອງສກຸນເງິນ Bitcoin ຈະມີການເໜັງຕິງຂື້ນລົງຢູ່ຕະຫລອດ24ຊົ່ວໂມງພຽງແຕ່ຮູ້ຈັ່ງຫວະກໍ່ສາມາດສ້າງກຳໄລໄດ້ຢ່າງໄຮ້ຂີດຈຳກັດເຖິງ100ກ່ວາ%ພຽງໃນຊົ່ວຂ້າມຄືນ (ສົນໃຈຮຽນຮູ້ກ່ຽວກັບ Bitcoin ຕິດຕໍ່ພວກເຮົາມາໄດ້ທີ່ ຂໍ້ມູນຕິດຕໍ່ຢູ່ ຫນ້າເວັບ ຫ້ອງ ​(ຕິດຕໍ່) ມາໄດ້ຕະຫຼອດ 24h ພ້ອມໃຫ້ຄຳປຶກສາ ທຸກທ່ານ

ຂັ້ນຕອນພື້ນຖານໃນ ການ "ເທຮດ" ບິດຄອຍ (Bitcoin)

ທີ່ພວກເຮົາຮູ້ດີກັນຢູ່ແລ້ວວ່າການ "ເທຮດ" ແມ່ນຊື້/ການຂາຍ ຖ້າແມ່ນຂາຍສີນຄ້າເຈົ້າພຽງຮູ້ຊື້ແລະຂາຍກໍ່ເຮັດການຄ້າຂາຍໄດ້ແລ້ວ. ແຕ່ກົງກັນຂ້າມກັບການຊື້ຂາຍຄຮີບໂຕຫລື ສະກຸນເງີນດີຈີຕ່ອນຢ່າງສີ້ນເຊິງ ການຊື້ຂາຍຫລືທີ່ເອີ້ນວ່າ "ເທຮດ" ຂັ້ນຕອນພື້ນຖານທີ່ເຈົ້າຕ້ອງຮູ້ ຕິດຕາມຕະຫລາດຊື້ຂາຍຕະຫລອດ ຕິດຕາມຂ່າວຄາວກ່ຽວກັບຄຮີບໂຕວ່າມີຂ່າວດີຫລືບໍ່ດີມັນຈະສົ່ງຜົນກັບຕະຫລາດຊື້ຂາຍຫລາຍ ຕ້ອງມີຄວາມສາມາດໃນການນຳໃຊ້ຄອມພີວຕີວຂັ້ນພື້ນຖານ ມີມຸມມອງທີ່ກວ້າງຂວາງ ໃນເລື່ອງການຊື້ຂາຍຕ້ອງໃຊ້ເວລາແດ່ ແຕ່ບໍ່ດົນຈົນເກີນ 4ເດືອນ ຖ້າບໍ່ຂື້ນຂາຍອອກຊື້ໂຕໃຫມ່ເລີຍ ບໍ່ຕ້ອງຊື້ຕອນລາຄາສູງຫລືຕອນພູ້ງຂື້ນແຮງອາດເກີດການປັ່ນຂື່ນແລ້ວທຸບລາຄາລົງເຊີ່ງເຮົາອາດລຸກທືນ ຕ້ອງຫາຈັງວະແລະໂອກາດໃນການເຂ້າຊື້ ທາງທີ່ດີແມ່ນຊື້ຕອນລາຄາຕ່ຳ,ລາຄາຕົກ,ຫລືມີຂ່າວບໍ່ດີທີ່ເຮັດໃຫ້ເກີດການທຸບລາຄາແລະມັນຈະເດັງກັບຄືນ ຂາຍຕອນລາຂາຂື່ນຈຸດສູງສຸດຫລືພໍຄວນທີ່ຄິດວ່າຮອດຈຸດນັ້ນແລ້ວມັນຈະລົງ ວີເຄາະເບີ່ງຕະຫລາດຂອງມັນແລະທີ່ໄປທີ່ມາຂອງສະກຸນເງີນນັ້ນໃຫ້ລະອຽດ ແລະເບີ່ງວ່າຜ່ານມາມັນເຄີຍຂື່ນຫລືລົງບໍ່ ວີເຄາະເບີ່ງຊາດຕັ້ງແຕ່ເປີດໂຕຮອດມື້ເຮົາຈະເຂົ້າຊື້ມັນ  ຕິດຕາມວ່າສະກຸນເງີນນັ້ນຍັງມີທີມງານ ສຳຫນັບສະ...

ເປັນຫຍັງ ບິດຄອຍ ຈື່ງມີຂ່າວດີ ແລະ ບໍ່ດີຢູ່ຕະຫລອດ? ເປັນຫຍັງຍັງມີ ທະນາຄານ ແລະ ຫລາຍໆປະເທດຍັງບໍ່ຍອມຮັບໃນຕົວຂອງ ບິດຄອຍ ໄດ້ເທົ່າທີ່ຄວນ?

ເປັນຫຍັງ ບິດຄອຍ ຈື່ງມີຂ່າວດີ ແລະ ບໍ່ດີຢູ່ຕະຫລອດ ? ທີ່ມັນມີຂ່າວທັງດີແລະບໍ່ດີກໍ່ຢູ່ຕະຫລອດ ກ່ຽວກັບ ບິດຄອຍ ແຕ່ນັກລົງທືນ ເຫັນມັນເປັນເລື່ອງທຳມະດາໄປແລ້ວ ເທົ່າທີ່ເຮົາຮູ້ວ່າ ຖ້າມີສີ່ງທີດີກວ່າເກີດຂື້ນ ອັນເປັນເຫດ ເຮັດໃຫ້ອີກຝ່າຍໃດຫນື່ງດ້ອຍກວ່າແລະເສຍຜົນປະໂຫຍດກວ່າ ມັນຕ້ອງມີການໂຈມຕີກັນເກີດຂື້ນເປັນເລື່ອງທຳມະດາຂອງທຸລະກິດ ສຸດທ້າຍແລ້ວມັນກໍ່ລົງເອີຍກັນໄປໄດ້ດ້ວຍດີ ເລື່ອງທີ່ມີຂ່າວບໍ່ດີນັ້ນ ກໍ່ມັກຈະເກີດຈາກຜູ້ ທີ່ບໍ່ທັນເຂົ້າໄຈແຈ້ງ ແລະ ຜູ້ທີ່ເສຍຜົນປະໂຫຍດຫລາຍສຸດໃນເລື່ອງນັ້ນ ແລ້ວເປັນຫຍັງຍັງມີ ທະນາຄານ ແລະ ຫລາຍໆປະເທດຍັງບໍ່ຍອມຮັບໃນຕົວຂອງ ບິດຄອຍ ໄດ້ເທົ່າທີ່ຄວນ ? ແນ່ນອນວ່າ ບິດຄອຍ ມັນມີທຸກຢ່າງຄົບສຸດຢູ່ໃນຕົວຂອງມັນເອງ ເປັນທັງສະກຸນເງີນ ເປັນທັງການລົງທືນ ແລະ ເປັນທັງການໃຊ້ຈ່າຍ ການໂອນຫາກັນແບບ ຄົນຕໍ່ຄົນໂດຍກົງ ບໍ່ມີໂຕກາງຄືກັບ ທະນາຄານ, ບໍ່ມີກົດຫມາຍປະເທດໃດບັງຄັບ ມັນເປັນເງີນເສລີ ທີ່ທຸກຄົນສາມາດຊື້ຂາຍໃຊ້ຈ່າຍກັນໄດ້ທົ່ວໂລກ ສະກຸນເງີນ ບິດຄອຍ ນີ້ເຮົາສາມາດໂອນອອກໄປຕ່າງປະເທດທົ່ວໂລກໄດ້ ໂດຍບໍ່ຜ່ານທະນາຄານ, ຫລື ສະຖາບັນການເງີນໃດໆ, ຖ້າເປັນສະກຸນເງີນອື່ນທົວໄປ ແນ່ນອນກ່ອນທີ່ເຈົ້າຈະໂອນອອກໄປຕ່າງປະເທດໄດ້ ຢ່າງແລກມັນຕ້ອງຜ່ານທະນາຄານສາກ່ອນ ຖ້...

ບົດຄວາມທີ່2 ຫຸ້ນ ແລະ ບິດຄອຍ ມັນມີຄວາມຄ້າຍຄືກັນແລະຕ່າງກັນແບບໃດ?

ບົດຄວາມທີ່ 2 ຫຸ້ນ ແລະ ບິດຄອຍ ມັນມີຄວາມຄ້າຍຄືກັນແລະຕ່າງກັນແບບໃດ ຂໍ້ຕ່າງ :   ບິດຄອຍ : 1.    ບິດຄອຍ ຄືສະກຸນເງີນ ດີຈີຕ່ອນ ໂອເພັນຊອດ ເປັນສະກຸ່ນເງີນອອນລາຍທີ່ສາມາດໃຊ້ຈ່າຍແລະຊື້ເຄື່ອງຂອງພາຍໃນແລະຕ່າງປະເທດໄດ້ 2.    ບິດຄອຍ ສາມາດຊື້ຂາຍແລກປ່ຽນເປັນສະກຸ່ນເງີນໃດກໍ່ໄດ້ ສາມາດໂອນຫາກັນໄດ້ ມິຄວາມໄວ້ສູງ ແລະຄວາມທັນສະໄຫມອັນດັບ1ຂອງໂລກໃນຕອນນີ້ 3.    ບິດຄອຍ ບໍ່ມີກົດຫມາຍຫລືອົງການໃດບັງຄັບ ເຊີ່ງທຸກຄົນສາມາດຊື້ຂາຍກັນໄດ້ ຢ່າງອິດສະຫລະ 4.    ບິດຄອຍ ຈະບໍ່ມີບໍລິສັດຫລືທຸລະກິດໃດຫນື່ງເປັນເຈົ້າຂອງຄຸມຄືຫຸ້ນ 5.    ບິດຄອຍ ມັນຂື່ນຢູ່ກັບຕະຫລາດແລກປ່ຽນເຊີ່ງທຸກຄົນສາມາດຊື້ຂາຍກັນໄດ້ ເດັກນ້ອຍ ກໍ່ເທດໄດ້ ແລະສາມາດຊື່ຂາຍໄດ້ຕະຫລອດ 24 ຊົ່ວໂມງບໍ່ຈຳກັດສະຖານທີ່ແລະເວລາຊື້ 6.    ບິດຄອຍ ສ້າງມາຈາກ ບັອກເຊນ ຄືເທັກໂນໂລຍີທີ່ທັນສະໄຫມ ດ້ວຍການກຳນົດໄວ້ພຽງ 21 ລ້ານ ບິດຄອຍ ມັນຈະດຳເນີນງານໂດຍ ຄອມພີວເຕີ ໃຊ້ຈ່າຍຜ່ານທາງລະບົບອອນລາຍອີເລັກໂນນິກ 7.    ບິດຄອຍ ປຽບເຫມືອນເງີນແລະທອງຄຳ ຫລື ເງີນກາງຂອງໂລກ ທີ່ເປັນອິດສະຫລະ ມີຄວາມເປັນສ່ວນໂຕສູງ ບໍ່ມີໂຕກາງຢ່າງທະນາຄານຫລືລັດທະບານຂອງປະ...

ຄວາມຮູ້ການເທດ ຖ້າບໍ່ເຂົ້າອ່ານຖຶວ່າພາດ ຄວາມຮູ້ແລະເຂົ້າໄຈການສ້າງເມັດເງີນອັນມະຫາສານໃນອານາຄົດ

ການ "ເທດ" ສະກຸນເງີນອອນລາຍກຳໄລແນວໃດ ? ມັນບໍ່ໄດ້ຍາກຢ່າງທີ່ຫລາຍໆທ່ານຄິດ ຕົວຢ່າງ ສະກຸນເງີນ " Gxx" ລາຄາໃນເດືອນ 10 ວັນທີ່ 2 ປີ 2017 ທີ່ລາຄາ 0.021$ ຫລື 0.00000326 ຊາໂຕຊິ ບິດຄອຍ ມາຮອດວັນທີ່ 20 ເດືອນ 3 ປີ 2018 ມັນຂື່ນມາທີ່ 14-16$ ແລ້ວເຮົາມີກຳໄລແນວໃດ ? ຄຮີກອ່ານໄດ້ເລີຍ : ພວກເຮົາເທດຫລືຄວາມຫມາຍຫນື່ງຄືການຊື້ຂາຍເງີນເປັນເງີນແລະໄດ້ເງີນຈະບໍ່ແມ່ນສີ່ງຂອງຫລືແບນຫຍັງທັງສີ້ນ ແລ້ວເຮົາຈະມີກຳໄລໄດ້ແນວໃດ ເທົ່າທີ່ຮູ້ກັນດີກົດການເທດຄື ລົງທືນຊື້ = ຖືໄວ້ = ລາຄາຂື່ນ = ຂາຍອອກ = ກຳໄລ  ການທີ່ເຮົາຈະເຂົ້າມາຊື້ສະກຸນເງີນອອນລາຍໃດຫນື່ງ ຢ່າງແລກຄືເຮົາຕ້ອງສືກສາໃຫ້ລະອຽດກອ່ນລົງມືເຮັດ ເພາະສະກຸນເງີນທຸກສະກຸນບົນໂລກນີ້ບໍ່ວ່າຈະເປັນ ກີບ ບາດ ໂດລາ ກໍ່ຕາມມັນຈະມີຂື່ນລົງແຕ່ລະມື້ບໍ່ຄືກັນເບີ່ງຕາມອັດຕາແລກປ່ຽນ ໂດຍສະເພາະແມ່ນສະກຸນເງີນອອນລາຍ ບິດຄອຍ ເທົ່າທີ່ເຮົາຮູ້ກັນດີແລ້ວວ່າ ບິດຄອຍ ກຳເນິດຂື່ນມາໃນປີ 2009 ດ້ວຍລາຄາ 0.01$ ຫລືປະມານ 85 ກີບ ລາວ ແຕ່ມາມື້ນີ້ລາຄາຂອງມັນຢູ່ທີ່ 3200$ ຕໍ່ 1 ບິດຄອຍ ແລະ 20,000$ ຕໍ່ 1 ບິດຄອຍ ໃນປີ 2017 ທີ່ຜ່ານມາ   ກຳໄລທີ່ເຮົາລົງທືນມາຈາກໃສ ? ນັ້ນກໍ່ແມ່ນມາຈາກການ  ລົງທືນຊື້ = ຖືໄວ້ = ລາຄາ...

ຫລາຍຄົນຍັງບໍ່ຮູ້ເງີນດີຈີຕ້ອນອອນລາຍແມ່ນຫຍັງ ? ແລະໃຊ້ງານແບບໃດ? ມາອ່ານບົດຄວາມນີ້ແລ້ວຈະເຂົ້າໄຈຫລາຍຂື່ນ

ຫລາຍຄົນຍັງບໍ່ຮູ້ເງີນດີຈີຕ້ອນອອນລາຍແມ່ນຫຍັງ ມັນກໍບໍ່ແມ່ນເລື່ອງແປກດອກທີ່ຄົນທົ່ວໄປບໍ່ເຂົ້າໄຈມັນ ກອ່ນຈະມາທຳຄວາມເຂົ້າໄຈ ລອງຍ້ອນເວລາໄປ  60 ປິ ກອ່ນການປົດປອ່ຍ ຄຳວ່າ  “ ທະນາຄານ ”  ແມ່ນຫຍັງ ?  ເຮັດວຽກແບບໃດ ?  ຖາມຄົນໃນປະເທດ ຄິດວ່າ  99%  ຂອງຄົນທີ່ຍັງບໍ່ຮູ້ ແລ້ວຖາມຄົນທຸກມື້ນນີ້ ວ່າ :   “ ທະນາຄານ ”  ແມ່ນຫຍັງ ?  ເຮັດວຽກກ່ຽວກັບຫຍັງ ?  ຄິດວ່າ  1%  ທີ່ຍັງບໍ່ຮູ້ ແລ້ວມາຖາມຄົນທຸກມື້ນີ້ວ່າ :   “ ສະກຸນເງີນດິຈີຕອນຫລືເງີນອອນລາຍ ”  ແມ່ນຫຍັງ ?  ຄິດວ່າ  90%  ທີ່ບໍ່ຮູ້ ແລະ ເຈົ້າຖ້າໄປຖາມຄົນໃນອີກ  60 ປີ ຂ້າງຫນ້າຄິດວ່າ  “ ສະກຸນເງີນດິຈີຕອນຫລືເງີນອອນລາຍ ”  ແມ່ນຫຍັງ ?  ຄິດວ່າ  0.1%  ທີ່ຈະບໍ່ຮູ້ແລະເຂົ້າໄຈເງີນດີຈີຕ້ອນອອນລາຍແມ່ນຫຍັງ ?   ເງີນທົ່ວໄປແລະເງີນດີຈີຕ້ອນ ບິດຄອຍ ມັນມີຄວາມສ່ຽງບໍ່ ? ແນ່ນອນ ບິດຄອຍ ມັນມີຄວາມສ່ຽງ ຢ່າງລືມວ່າທຸກສີ່ງຢ່າງທີ່ກ່ຽວຂ້ອງກັບການເງີນການລົງທືນແລ້ວລ້ວນແຕ່ມີຄວາມສ່ຽງ ແຕ່ຄວາມສ່ຽງນັ້ນຈະຫນ້ອຍຫລືຫລາຍແມ່ນຂື່ນຢູ່ກັບຄ່າຂອງວຽກງານນັ້ນໆ ເຊັ່ນວ່າ ເຈົ້າໄປເຮັດວຽກຫາ ເງີນ ກໍ່ຄືການລົງທືນເຫື...

ເງີນມັນບໍ່ເຂົ້າໃຜອອກໃຜງ່າຍໆ ຢາກໄດ້ເງີນ ຈົ່ງຕັດສີນໄຈເຮັດບາງສີ່ງທີ່ດີກວ່າເງີນ ແລ້ວຈະໄດ້ເງີນ. ມື້ນີ້ແອັດໄດ້ນຳຄວາມຮູ້ຈາກປະສົບການເທຮດບາງສ່ວນທີ່ຜ່ານມາ ມາໃຫ້ທ່ານໄດ້ສືກສາກັນອາດຈະໃຫ້ຂໍ້ມູນບໍ່ຫລາຍກໍ່ຫນ້ອຍ

( ຄົນຈົນຫລີ້ນຫວຍ ຄົນລວຍຫລີ້ຫຸ້ນ ) ສະບາຍດີ!!! ດັ່ງທີ່ພວກເຮົາຮູ້ກັນດີແລ້ວວ່າ ການເທຮດຫຸ້ນ ຫລື ສະກຸ່ນເງີນເງີນດີຈີຕ໋ອນນັ້ນ ມັນເປັນທາງດຽວທີ່ເຮົາຈະເຮັດໄດ້ຈາກຍຸກຂອງຄຮີບໂຕນີ້ ການຫາເງີນຈາກມັນກໍ່ມີຢູ່ຫລາຍທາງເຊັ່ນ: ການຂຸດ, ການເທຮດ, ການສ້າງເວັບເທຮດ ແລະ ການສ້າງຫລຽນອອກມາຂາຍ ຖ້າຢາກເຮັດສີ່ງເຫລົ່ານີ້ເຮົາຕອ້ງເກັ່ງດ້ານຄອມພີວເຕີ ໃນກາຂຽນໂປແກມຕ່າງໆ ແລະ ທີ່ສຳຄັນຕ້ອງມີທືນມະຫາສານ ເພາະມັນຕ້ອງໄດ້ໃຊ້ທືນຫລາຍໃນການຊື້ອຸປະກອນຄອມພີວເຕີ ກາດຈໍ, ໄຟຟ້າ ແລະ ຍັງຈ້າງຄົນເກັ່ງໆມາເບີ່ງແຍງອີກ. ມອງຫາຊອ່ງທາງດໜວເທົ່ານັ້ນທີ່ເຮົາພໍຈະເຮັດໄດ້ ນັ້ນຄື: "ການເທຮດ" ການເທຮດເທົ່ານັ້ນທີ່ເຮົາພໍເຮັດນຳເຂົາໄດ້. ການເທຮດ ກໍ່ແມ່ນເຮົາເຂົ້າໄປລົງສະມັກເຂົ້າໃຊ້/ລົງທະບຽນກັບ ເວັບເທຮດ ຂອງເຂົາເຈົ້າແລ້ວເຮົາກໍ່ນຳ ບິດຄອຍ ຂອງເຮົາໂອນເຂ້າໄປ ຊື້ຂາຍໄດ້ເລີຍ. ເທຮດ ໃຜກໍ່ສາມາດເທຮດໄດ້ ເພາະມັນບໍ່ໄດ້ຈຳກັດເງີນທືນ ບໍ່ຈຳເປັນຕ້ອງມີທືນມະຫາສານກໍ່ສາມາດເທຮດໄດ້. ເຊີ່ງການເທຮດກໍ່ຕ້ອງຮັບມືກັບຄວາມສ່ຽງຫລາຍ ເພາະສະກຸນເງີນດີຈີຕ້ອນມີຄວາມຜັນຝວນຫລາຍພໍສົມຄວນ ຖ້າຮູ້ວີທີເທຮດ ກໍ່ສາມາດເຮັດໃຫ້ເຮົດລວຍໄດ້ໃນໄລຍະສັ້ນໆ ແລະ ກໍ່ຫມົດໂຕໄດ້ຄືກັນ ມັນມີຄວາມສ່ຽງສູງ ເຊີ່ງຄວາມສ່ຽງນັ້ນກໍ...

Register Livecoin.net for buy&sell bittcoin - ລົງທະບຽນເວັບຊື້ຂາຍ Livecoin

ລົງທະບຽນເວັບຊື້ຂາຍ ສະກຸນເງີນດີຈີຕ່ອນ Livecoin ເພື່ອໄວ້ຊື້ຂາຍສະກຸນເງີນ Bitcoin  ລີ່ງສະມັກສາມາດຄຮີດທີ່ນີ່ໄດ້ເລີຍ ເວັບ Livecoin: https://livecoin.net/?from=Livecoin-dcUzX9J2 ເບີງວີດີໂອ ດ້ານລຸ້ມ: ເບີ່ງທິ່ຢູ່ທູບ: https://www.youtube.com/watch?v=YQkEFe2GZDk ລາຄາ ບິດມື້ນີ້ 28/12/2018  Bitcoin  (BTC) $3,672.55   USD   ( -3.28 %)  1.00000000  BTC  ( 0.00 %)  XRP  (XRP) $0.344293   USD   ( -6.03 %)  0.00009377  BTC  ( -2.92 %)  Ethereum  (ETH) $117.80   USD   ( -6.37 %)  0.03208296  BTC  ( -3.26 %)  Bitcoin Cash  (BCH) $148.19   USD   ( -11.08 %)  0.04035410  BTC  ( -8.14 %)

ผู้คนสามารถชำระเงินด้วยคริปโตได้กับธุรกิจกว่า 150 แห่งในแถบยุโรป และเกาหลีใต้แล้ว

ถึงแม้ตอนนี้ คริปโตจะถูกใช้เป็นเครื่องมือในการลงทุนโดยส่วนมาก แต่ก็อย่าลืมความจริงที่ว่า มันถูกออกแบบมาเพื่อแทนที่กาารทำธุรกรรมออนไลน์แบบเก่า ๆ ไป ซึ่งยิ่งมีคนยอมรับมันเป็นช่องทางในการชำระเงินมาก ก็จะทำให้ความน่าเชื่อถือของ Bitcoin มากขึ้นไปอีก และอาจส่งผลกับราคามันได้ ล่าสุด ตามธุรกิจต่าง ๆ ที่ยุโรปเริ่มยอมรับคริปโตมากขึ้นเรื่อย ๆ ผ่านบริษัทการชำระเงินหน้าใหม่ อ้างอิงจาก  Ethereumworldnews  บริษัทดังกล่าวคือ Cyclebit เป็นสตาร์ทอัพหน้าใหม่ที่โฟกัสยังการให้ผู้คนสามารถชำระเงินด้วย Cryptocurrency ได้ง่ายยิ่งขึ้น ซึ่งพวกเขามีแนวทางที่อาจจะสามารถทำให้คริปโตถูกยอมรับโดยคนส่วนใหญ่ได้ ไอเดียธุรกิจของพวกเขาคือ เข้าไปจัดการปัญหาต่าง ๆ ที่ธุรกิจส่วนใหญ่กำลังเผชิญเมื่อต้องการรับคริปโตเป็นช่องทางในการชำระเงิน ทำให้มันง่าย และสะดวกมากขึ้น ในขณะนี้ Cyclebit ได้มีธุรกิจจากประเทศเกาหลีใต้ และยุโรปใช้บริการของพวกเขากว่า 150 รายแล้ว ก่อนหน้านี้ Cyclebit ได้เข้าซื้อ Ibox แพลตฟอร์มการชำระเงินยักษ์ใหญ่ที่มีรายได้กว่า 1 พันล้านดอลลาร์ต่อปี เพื่อที่จะนำระบบ Point-of-Sale ของพวกเขา มาใช้ในก...